ຄິວລົດສາຍເໜືອ ຍັງບໍລິການຜູ້ໂດຍສານເຖິງທຸກແຂວງ
ໄລຍະວັນທີ 19-20 ສິງຫາ 2016 ຜ່ານມາ ໄດ້ເກີດມີສະພາບຝົນຕົກໜັກ ເຮັດໃຫ້ບາງເສັ້ນທາງ ໂດຍສະເພາະເສັ້ນທາງພາກເໜືອບາງຈຸດ ມີການເປ່ເພຈາກການເຊາະເຈື່ອນຂອງດິນເບື້ອງລຸ່ມທາງ ແລະ ດິນເບື້ອງເທິງທາງເຈື່ອນມາຖົມ ເຮັດໃຫ້ມີບາງເສັ້ນທາງໄດ້ປ່ຽນເສັ້ນທາງແລ່ນ ເພື່ອໃຫ້ຜູ້ໂດຍສານໄດ້ໄປເຖິງຈຸດໝາຍປາຍທາງຢ່າງປອດໄພ.
ທ່ານ ແກ້ວວິໄຊ ມົວ ປະທານສະມາຄົມລົດຂົນສົ່ງໂດຍສານສາຍເໜືອ ນະຄອນຫຼວງວຽງຈັນ ກ່າວໃນວັນທີ 22 ສິງຫາ 2016 ວ່າ: ຈາກສະພາບທີ່ມີຝົນຕົກໜັກຕິດຕໍ່ກັນ 2 ວັນ ເຮັດໃຫ້ເສັ້ນທາງບາງຈຸດຂອງພາກເໜືອມີຄວາມເສຍຫາຍ ເປ່ເພ ລັດຖະບານ ກໍ່ຄືພາກສ່ວນກ່ຽວຂ້ອງໄດ້ເຝົ້າລະວັງ ແລະ ເອົາໃຈໃສ່ສ້ອມແປງຢ່າງໃກ້ຊິດ ແຕ່ກໍ່ມີບາງເສັ້ນທາງ ເຊັ່ນ: ເສັ້ນທາງກາສີ-ເມືອງນານ ບາງເຂດຖືວ່າເສຍຫາຍໜັກກວ່າທຸກປີ ປັດຈຸບັນຕ້ອງໄດ້ປ່ຽນໄປໃຊ້ເສັ້ນທາງອື່ນແທນ ເພື່ອນຳເອົາຜູ້ໂດຍສານໄປເຖິງຈຸດໝາຍປາຍທາງທີ່ຕ້ອງການ.
ໃນໄລຍະຜ່ານມາ ສັງຄົມອອນໄລໄດ້ມີການຕັດຕໍ່ພາບ ແລະ ເຜີຍແຜ່ຂໍ້ມູນມີທັງອັນຖືກ ແລະ ບໍ່ຖືກ ສ້າງຄວາມຢ້ານກົວໃຫ້ກັບຜູ້ທີ່ຈະເດີນທາງໄປຍັງແຂວງຕ່າງໆພາກເໜືອ ຕໍ່ກໍລະນີດັ່ງກ່າວ ສະຖານີຂົນສົ່ງຜູ້ໂດຍສານສາຍເໜືອ ຂໍຢືນຢັນວ່າສຳລັບຜູ້ທີ່ຈະເດີນທາງໄປແຂວງພາກເໜືອ ພວກເຮົາມີເສັ້ນທາງຫຼາຍສາຍ ສາມາດເຊື່ອມຕໍ່ກັນໄດ້ຫຼາຍເສັ້ນທາງ ແລະ ຝາກມາຍັງຜູ້ໂດຍສານທີ່ຈະເດີນທາງໄປພາກເໜືອ ປ່ຽນມາໃຊ້ພາກເຊົ້າແທນພາກແລງຈົນກວ່າລະດູຝົນຈະໝົດ.
ທີ່ມາແຫຼ່ງຈ່າວ: ວຽງຈັນໃໝ່