Slide show

Powered by Blogger.

Comments

MARI themes

Contact Form

Name

Email *

Message *

Archive

[blogger]

Breaking

Labels

Fashion

Top Featured

Populars

ລະດັບແມ່ນ້ຳຂອງ ແລະ ແມ່ນໍ້າສາຂາຫລຸດລົງເລັກໜ້ອຍ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ມາຮອດວັນທີ 25 ສິງຫານີ້ລະດັບແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ເລີ່ມຫລຸດລົງຢ່າງຕໍ່ເນື່ອງ,ພາຍຫລັງສະພາບຝົນໄດ້ຫລຸດຜ່ອນລົງໃນໄລຍະສອງວັນຜ່ານມາຊຶ່ງຜ່ານການວັດແທກຕົວຈິງເຫັນວ່າຢູ່ນະຄອນຫລວງວຽງຈັນໄດ້ຫລຸດລົງປະມານ 13 ຊັງຕີແມັດ (ວັນທີ 24 ສິງຫາມີລະດັບ 9,60 ແມັດ ແລະ ວັນທີ 25 ສິງຫາຫລຸດລົງຢູ່ລະດັບ 9,43 ແມັດ) ຫລວງພະບາງຫລຸດລົງປະມານ 44 ຊັງຕີແມັດ( ວັນທີ 24 ສິງຫາແທກໄດ້ 12,6 ແມັດ ແລະ ວັນທີ 25 ສິງຫາ ແທກໄດ້ 12,20 ແມັດ) ປາກຊັນ ຫລຸດລົງປະມານ 37 ຊັງຕີແມັດ (ວັນທີ 24 ສິງຫາແທກໄດ້ 12,39 ແມັດ ແລະ ວັນທີ 25 ສິງຫາ ຢູ່ໃນລະດັບ 12,02 ແມັດ) ແລະ ທ່າແຂກ ໄດ້ຫລຸດລົງປະມານ 17 ຊັງຕີແມັດ (ວັນທີ 24 ສິງຫາແທກໄດ້ 11,22 ແມັດ ແລະ ວັນທີ 25 ສິງ ຫາຢູ່ທີ່ລະດັບ
11,05 ແມັດ)ຂະນະດຽວກັນລະດັບນໍ້າຈຸດຂົວເຊບັ້ງໄຟແມ່ນໄດ້ເພີ່ມຂຶ້ນປະມານ 8 ຊັງຕີແມັດ ຄື: ໃນວັນທີ 24 ສິງຫາແທກໄດ້ 15,10 ແມັດ ແລະ ວັນທີ 25 ສິງຫາເພີ່ມຂຶ້ນຢູ່ລະດັບ 15,18 ແມັດສ່ວນລະດັບນໍ້າຢູ່ໜ້າເຂື່ອນນໍ້າງື່ມເຫັນວ່າເພີ່ມຂຶ້ນປະມານ 10 ຊັງຕີແມັດ ຄື: ວັດແທກໃນວັນທີ 24 ສິງຫາຢູ່ທີ່ລະດັບ 207,79 ແມັດ ແລະ ໃນວັນທີ 25 ສິງຫາເພີ່ມຂຶ້ນເປັນ 207,89 ແມັດ.


ທີ່ມາ http://laophatthananews.blogspot.com/2016/08/blog-post_316.html

No comments:

vehicles

business

health