ຈໍາປາສັກແລ້ວສາເຫດພາໃຫ້ນັກຮຽນໃຈແຕກ: ສັ່ງອອກມາດຕະການບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມ-ບັນເທີງ
ບັນຫາການບໍ່ປະຕິບັດລະບຽບຂອງ ຮ້ານກິນດື່ມບັນເທີງເປັນຕົ້ນ : ເປີດຮ້ານກາຍເວລາທີ່ທາງການກໍ ານົດ, ການອະນຸຍາດໃຫ້ຜູ້ມີອາຍຸຕໍ່າ ກ່ວາ 18 ປີເຂົ້າໃຊ້ບໍລິການ, ການໃຊ້ສຽງດັງເກີນຂອບເຂດ... ໄດ້ເປັນປາກົດການຫຍໍ້ທໍ້ໜຶ່ງ ທີ່ສັງຄົມຢາກໃຫ້ມີການແກ້ໄຂ. ຫຼ້າສຸດເຈົ້າໜ້າທີ່ຕໍາຫຼວດໄ ດ້ອອກມາກ່າວວ່າ: ໃນສົກປີ 2016-2017ນີ້ຈະໄດ້ຕິດຕາມກວດ ກາຄຸ້ມຄອງທຸລະກິດກິນດື່ມບັນ ເທີງ, ຄາຣາໂອເກະ ແລະ ຮ້ານອາຫານຢ່າງເປັນເຈົ້າການ; ຈະສົມທົບກັບອະທິການບໍດີ, ອໍານວຍການສະຖາບັນການສຶກສາ, ໂຮງຮຽນເພື່ອວາງມາດຕະການຄຸ້ມ ຄອງບໍ່ໃຫ້ນັກຮຽນນັກສຶກສານຸ່ ງເຄື່ອງແບບເຂົ້າຮ້ານກິນດື່ມ ບັນເທີງຢ່າງເດັດຂາດ.
ຕໍ່ບັນຫານີ້, ທ່ານ ສີວອນ ວັງກອນວິໄລ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວ ັດທະນະທໍາ ແລະ ທ່ອງທ່ຽວແຂວງ(ຖວທ)ໃຫ້ສໍາພາດ ວ່າ: ໃນໄລຍະຜ່ານມາເຈົ້າໜ້າທີ່ກ່ຽ ວຂ້ອງໄດ້ລົງເຄື່ອນໄຫວກວດກາຄ ຸ້ມຄອງບັນດາຫົວໜ່ວຍທຸລະກິດຮ ້ານກິນດື່ມບັນເທີງຄາຣາໂອເກະ ແລະ ຮ້ານອາຫານໃຫ້ມີການເຄື່ອນໄຫວ ຕາມລະບຽບການທີ່ກໍານົດໄວ້ຄື: ການບໍລິການຂອງຮ້ານຕ້ອງປະຕິບ ັດໂມງເວລາຮອດ 23:30 ໂມງຕ້ອງໄດ້ປິດການບໍລິການທຸກ ຢ່າງ, ຫ້າມຜູ້ທີ່ມີອາຍຸຕໍ່າກ່ວາ 18 ປີເຂົ້າໃຊ້ບໍລິການ ແລະ ເຮັດການບໍລິການຢູ່ໃນສະຖານທີ ່. ການນຸ່ງຖືໃນແຕ່ລະຮ້ານແມ່ນໃຫ ້ສຸພາບມີລັກສະນະຊາດ. ການຮ້ອງການລໍາແມ່ນຕ້ອງປະຕິບ ັດຕາມລະບຽບ,ໂດຍອະນຸຍາດໃຫ້ຮ້ ອງເພງຕ່າງປະເທດ 30% ນອກນັ້ນແມ່ນເພງ-ລໍາລາວ. ໃນປັດຈຸບັນຮ້ານກິນດື່ມບັນເທ ີງທີ່ຢູ່ໃນຄວາມຮັບຜິດຊອບຂອງ ແຂວງມີຈໍານວນ 9 ຮ້ານ, ນອກນັ້ນແມ່ນໄດ້ມອບໃຫ້ບັນດາເ ມືອງຮັບຜິດຊອບ ແລະ ຂໍໃຫ້ຜູ້ປະກອບການດ້ານທຸລະກິ ດດັ່ງກ່າວຈົ່ງໄດ້ເປັນເຈົ້າກ ານໃນການປະຕິບັດລະບຽບການທີ່ກ ໍານົດອອກຢ່າງເຂັ້ມງວດ.
ສໍາລັບປະຊາຊົນຢູ່ໃກ້ກັບຮ້ານ ກິນດື່ມບັນເທີງໃນເທດສະບານເມ ືອງປາກເຊທ່ານໜຶ່ງກ່າວວ່າ: ຖ້າຫາກຮ້ານກິນດື່ມບັນເທີງປິ ດການບໍລິການຖືກຕ້ອງຕາມເວລາທ ີ່ທາງການກໍານົດໄວ້ກໍ່ຈະເປັນ ການດີເພື່ອຫຼີກເວັ້ນສຽງເນືອ ງນັນລົບກວນໃນເວລານອນ.ຜ່ານມາ ສັງເກດເຫັນວ່າເວລາປະມານ 1-2 ໂມງນັກທ່ອງທ່ຽວສ່ວນໃຫຍ່ທີ່ເ ປັນໄວລຸ້ນ ຍັງໃຊ້ສຽງເວົ້າດັງ, ທັງຂັບຂີ່ລົດໄວ. ຕໍ່ບັນຫາດັ່ງກ່າວຢາກໃຫ້ເຈົ້ າໜ້າທີ່ກ່ຽວຂ້ອງຊ່ວຍແກ້ໄຂເພ ື່ອຄວາມເປັນລະບຽບຂອງສັງຄົມ.
ທ່ານ ພັນໂທ ຄໍາສິງ ພົນສະຫວັດ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຫົວໜ້າຊີ້ນໍາແກ້ໄຂປາກົດການຫ ຍໍ້ທໍ້ຂັ້ນແຂວງກ່າວວ່າ: ໃນການເຄື່ອນໄຫວກວດກາຮ້ານກິນ ດື່ມບັນເທີງຂອງເຈົ້າໜ້າທີ່ເ ຫັນວ່າຍັງມີບາງຫົວໜ່ວຍທຸລະກ ິດຖືເບົາຕໍ່ລະບຽບການທີ່ກໍານ ົດໄວ້ເຊັ່ນ: ປິດຮ້ານເກີນເວລາທີ່ກໍານົດ, ເປີດສຽງເພງແຮງລົບກວນຜູ້ທີ່ຢ ູ່ໃກ້ຄຽງ, ຜູ້ມີອາຍຸຕໍ່າກ່ວາ 18 ປີຍັງເຂົ້າມາໃຊ້ບໍລິການໃນຮ້ ານກິນດື່ມບັນເທີງຂອງຕົນ. ຕໍ່ກັບບັນຫາດັ່ງກ່າວ, ທາງເຈົ້າໜ້າທີ່ກໍ່ໄດ້ມີການສ ຶກສາອົບຮົມກ່າວເຕືອນເຈົ້າຂອ ງກິດຈະການໃຫ້ປະຕິບັດຕາມລະບຽ ບການຢ່າງຖືກຕ້ອງ ຫຼື ຖ້າຫາກຝ່າຝືນກໍ່ຈະມີການປັບໃ ໝ ແລະ ປິດກິດຈະການ.
ໃນຕົ້ນເດືອນສິງຫາ 2016 ເຈົ້າໜ້າທີ່ໄດ້ລົງກວດກາຮ້ານ ກິນດື່ມຢູ່ຕາມຈຸດຕ່າງໆເປັນຕ ົ້ນ: ກຸ່ມບ້ານທີ V ຂອງເມືອງປາກເຊມີຮ້ານກິນດື່ມ ຕັ້ງລຽບຕາມເສັ້ນທາງ 13 ໃຕ້ໃກ້ກັບວິທະຍາໄລເຕັກນິກວິ ຊາຊີບມີຮ້ານກິນດື່ມບັນເທີງ 11 ຮ້ານໃນຈຸດນີ້ເຫັນວ່າມີຄວາມສ ັບສົນ, ໂດຍສະເພາະແມ່ນຊາວໜຸ່ມໄວໜຸ່ມ ມາໃຊ້ບໍລິການທັງເວັນ ແລະ ຄືນເປັນຈໍານວນຫຼາຍ. ບາງຄັ້ງກໍ່ມີການອາລະວາດຕີກັ ນພາໃຫ້ມີຄວາມສ່ຽງກ່ຽວກັບບັນ ຫາອື່ນໆຈະເປັນໄພຕາມມາ. ໃນຈຸດນີ້ເດັ່ນກ່ວາໝູ່ແມ່ນຮ້ ານ ນາໂນ ເປັນບ່ອນນິຍົມຂອງຊາວໜຸ່ມ. ໂດຍສະເພາະວັນເສົາ-ອາທິດແມ່ນ ຈະມີລູກຄ້າຫຼາຍເຂົ້າມາຮ້ອງເ ພງຄາຣາໂອເກະ,ດື່ມເບຍມ່ວນຊື່ ນອື່ນໆ.ໃນນີ້ຜ່ານການກວດກາຕົ ວຈິງພົບເຫັນຜູ້ມີອາຍຸຕໍ່າກ່ ວາ 18 ປີເຂົ້າມາໃຊ້ບໍລິການ. ສ່ວນຢູ່ບ້ານຫຼັກ 11 ເມືອງບາຈຽງຈະເລີນສຸກ ມີຮ້ານກິນດື່ມທັງໝົດ 19 ຮ້ານ. ກວດກາພົບເຫັນຍິງສາວເປັນຄົນຕ ່າງແຂວງເຂົ້າມາເຮັດວຽກບໍລິກ ານເປັນຈໍານວນຫຼາຍເຊິ່ງເຈົ້າ ໜ້າທີ່ກໍ່ໄດ້ມີການສອບຖາມກ່ຽ ວກັບປະຫວັດຂອງຜູ້ມາເຄື່ອນໄຫ ວ, ພ້ອມທັງອອກໜັງສືອະນຸຍາດພັກເ ຊົາຕາມລະບຽບການ.
ທ່ານ ພັນໂທ ຄໍາສິງ ພົນສະຫວັດ ກ່າວຕື່ມວ່າ: ໃນສົກປີ 2016-2017 ນີ້ເຈົ້າໜ້າທີ່ກ່ຽວຂ້ອງຈະໄດ ້ຕິດຕາມກວດກາຄຸ້ມຄອງທຸລະກິດ ກິນດື່ມບັນເທີງ, ຄາຣາໂອເກະ ແລະ ຮ້ານອາຫານຢ່າງເປັນເຈົ້າການ. ຕັ້ງໜ້າໃນການສຶກສາອົບຮົມ, ນໍາເອົາລະບຽບກົດໝາຍມາເຜີຍແຜ ່ໃຫ້ຜູ້ປະກອບການຮັບຮູ້ນໍາໄປ ຈັດຕັ້ງປະຕິບັດໃຫ້ເກີດຜົນເພ ື່ອຫຼີກເວັ້ນບໍ່ໃຫ້ສັງຄົມມີ ຜົນກະທົບ. ສົມທົບກັບອະທິການບໍດີ, ອໍານວຍການສະຖາບັນການສຶກສາ, ໂຮງຮຽນເພື່ອວາງມາດຕະການຄຸ້ມ ຄ້ອງບໍ່ໃຫ້ນັກຮຽນນັກສຶກສານຸ ່ງເຄື່ອງແບບເຂົ້າຮ້ານກິນດື່ ມບັນເທີງຢ່າງເດັດຂາດ.
ທີ່ມາ ສຳນັກຂ່າວສານປະເທດລາວ
ຕໍ່ບັນຫານີ້, ທ່ານ ສີວອນ ວັງກອນວິໄລ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວ
ສໍາລັບປະຊາຊົນຢູ່ໃກ້ກັບຮ້ານ
ທ່ານ ພັນໂທ ຄໍາສິງ ພົນສະຫວັດ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຫົວໜ້າຊີ້ນໍາແກ້ໄຂປາກົດການຫ
ໃນຕົ້ນເດືອນສິງຫາ 2016 ເຈົ້າໜ້າທີ່ໄດ້ລົງກວດກາຮ້ານ
ທ່ານ ພັນໂທ ຄໍາສິງ ພົນສະຫວັດ ກ່າວຕື່ມວ່າ: ໃນສົກປີ 2016-2017 ນີ້ເຈົ້າໜ້າທີ່ກ່ຽວຂ້ອງຈະໄດ
ທີ່ມາ ສຳນັກຂ່າວສານປະເທດລາວ