Slide show

Powered by Blogger.

Comments

MARI themes

Contact Form

Name

Email *

Message *

Archive

[blogger]

Breaking

Labels

Fashion

Top Featured

Populars

ປະທານ ສສຍລ ໄດ້ຮັບລາງວັນແມ່ຍິງດີເດັ່ນອາຊຽນ

ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຕີໄທ 1 ສິງຫາ ແລະ ຮັບລາງວັນແມ່ຍິງດີເດັ່ນອາຊຽນ ປະຈຳປີ 2016 ຂອງສະພາສະຕີແຫ່ງຊາດໄທ (Outstanding ASEAN Women Award of the year 2016) ໃນລະຫວ່າງວັນທີ 31 ກໍລະກົດ ຫາ 2 ສິງຫາ 2016 ທີ່ຣາຊະອາຈັກໄທ ຕາມການເຊີນຂອງປະທານສະພາສະຕີຫ່ງຊາດໄທ.

ໂອກາດທີ່ມີຄວາມໝາຍສຳຄັນນີ້ ສົມເດັດພະເທບລັດຕະນະຣາຊສຸດາ ສະຫຍາມບາລົມຣາຊກຸມມາຣີ ໄດ້ໃຫ້ກຽດມອບລາງວັນແມ່ຍິງດີເດັ່ນອາຊຽນ ໃຫ້ແມ່ຍິງບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ທີ່ມີຜົນງານປະກອບສ່ວນໃນການພັດທະນາແມ່ຍິງອາຊຽນ ໂດຍສະເພາະແມ່ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ສຳລັບແມ່ຍິງລາວ ຜູ້ທີ່ໄດ້ຮັບລາງວັນແມ່ນທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ເຊິ່ງລາງວັນດັ່ງກ່າວແມ່ນເປັນການສະໜັບສະໜູນ ແລະ ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາລະຫວ່າງແມ່ຍິງບັນດາປະເທດອາຊຽນດ້ວຍກັນ ແລະ ສປ ຈີນ ເພື່ອພ້ອມກັນເຕີບໃຫຍ່ເຂັ້ມແຂງ ແລະ ກ້າວໜ້າຂຶ້ນເລື້ອຍໆ.

ນອກຈາກນີ້ແລ້ວ ພາຍໃນງານຍັງມີການວາງສະແດງຜະລິດຕະພັນສິນຄ້າທີ່ເປັນສີໄມ້ລາຍມືຂອງແມ່ຍິງ ເປັນຕົ້ນແມ່ນ ແຜ່ນແພ ເຄື່ອງນຸ່ງຫົ່ມ ເຄື່ອງທີ່ລະນຶກ ແລະ ເຄື່ອງໃຊ້ສອຍຕ່າງໆ.



ທີ່ມາ Pathedlao lao

No comments:

vehicles

business

health