4 ວິທີກຳຈັດພຸງ ເຫັນຜົນໄວໂດຍບໍ່ຕ້ອງງໍ້ຢາເລີຍ!
ສາວໆຫຼາຍຕໍ່ຫຼາຍຄົນຕ່າງໃຫ້ຄວາມສຳຄັນໃນການຫຼຸດໜ້າທ້ອງ ເພື່ອທີ່ຈະໄດ້ຮູບຮ່າງທີ່ສວຍງາມມັດໃຈໜຸ່ມໆ ແຕ່ວ່າໃນເລື່ອງຂອງການຫຼຸດໜ້າທ້ອງ ຫຼື ຫຼຸດພຸງ ນັ້ນມັກມີບັນຫາຫຼາຍຢ່າງ ເນື່ອງຈາກເປັນເລື່ອງທີ່ຍາກ ແຕ່ຄວາມຈິງແລ້ວນັ້ນໃນການຫຼຸດພຸງບໍ່ຍາກຢ່າງທີ່ຄິດພຽງເຈົ້າລອງເຮັດຕາມ 4 ວິທີນີ້
1. ກິນອາຫານຕາມປົກກະຕິ : ເນື່ອງຈາກການທີ່ຈະຕ້ອງອົດອາຫານເພື່ອຫຼຸດຄວາມອ້ວນ ມັກສົ່ງຜົນກະທົບເຮັດໃຫ້ເຈົ້າຕ້ອງຫິວຈົນຕາລາຍ ແລະ ຈະເຮັດໃຫ້ເຈົ້າກັບໄປກິນອາຫານມື້ໃຫຍ່ ເຊິ່ງເຮັດໃຫ້ສິ່ງທີ່ເຈົ້າເຮັດມານັ້ນເສຍລ້າໆ ແຕ່ຄວາມຈິງແລ້ວເຈົ້າພຽງແຕ່ກິນອາຫານຕາມປົກກະຕິ ໂດຍຕ້ອງກິນຜັກຫຼາຍໆ ແລະ ຫຼຸດເຂົ້າລົງເທົ່ານັ້ນເອງ
2. ດື່ມນ້ຳໃຫ້ພຽງພໍ : ຮູ້ຫລືບໍ່? ໃນການດື່ມນ້ຳນັ້ນສຳລັບຜູ້ຍິງຈະເພີ່ມຄວາມສວຍງາມ ແລະ ຫຼຸດພຸງໄດ້ອີກດ້ວຍ ພຽງດື່ມນ້ຳໃນປະລິມານມື້ລະ 2000cc ໜ້າທ້ອງຂອງເຮົາກໍຈະລຸດລົງໄປບໍ່ນ້ອຍເລີຍ ແຕ່ວ່າອາດຈະເຂົ້າຫ້ອງນ້ຳເລື້ອຍແດ່ເດີ (ແຕ່ດຽວກໍຊິນໄປເອງ)
3. ຫ້າມກິນເສັ້ນໝີ່, ໄຂ່ເຫຼືອງ, ມັນ, ເຜືອກ ແລະ ຂອງທອດ : ນີ້ແຫຼະເປັນສິ່ງທີ່ເກີດບັນຫາຂອງຫຼາຍໆຄົນ ແຕ່ຮູ້ຫລືບໍ່? ອາຫານພວກນີ້ນັ້ນມີຄໍເລດເຕີຣອນສູງຫຼາຍໆໆໆ ແລະ ຢັງຍ່ອຍຍາກອີກດ້ວຍ ແຖມຢັງເກີດການສະສົມຂອງສານພິດໃນຮ່າງກາຍ ສ່ຽງຕໍ່ການເກີດມະເຮັງ ແຕ່ຫາກໃຜຄິດຢາກຈະຫຼຸດພຸງແທ້ໆ ເລື່ອງຊໍ່ານີ້ກໍບໍ່ຍາກເກີນໄປແມ່ນບໍ ^^
4. ກິນໂຢເກິດມື້ລະຈອກ : ເນື່ອງຈາກໂຢເກິດນັ້ນມີແລກໂຕບາຊິນລັດຈຳນວນຫຼາຍ ແລະ ສາມາດປັບລະບົບຈຸລິນຊີໃນລຳໄສ້ເພື່ອຄວບຄຸມບໍ່ໃຫ້ທ້ອງປ່ອງໄດ້ ແຕ່ວ່າສາວຫຼາຍໆຄົນຕ່າງເຂົ້າໃຈຜິດທີ່ຄິດວ່າການກິນໂຢເກິດຈະຊ່ວຍຫຼຸດນ້ຳໜັກໄດ້ ຈຶ່ງກິນເປັນຈຳນວນຫຼາຍ ແຕ່ຮູ້ຫຼືບໍ່?? ໃນໂຢເກິດກໍມີກລໍເລດເຕີຣອນສູງເຊັ່ນກັນ ຢິ່ງກິນຫຼາຍນອກຈາກຈະບໍ່ຊ່ວຍຫຼຸດນ້ຳໜັກແລ້ວກໍຈະເພີ່ມຄວາມອ້ວນດ້ວຍເຊັ່ນກັນ!!! ເພາະສະນັ້ນໃຫ້ດື່ມພຽງມື້ລະ 1 ຈອກພໍ
CREDIT: Kidord.com