ເຄັດລັບການໜຶ້ງປາບໍ່ໃຫ້ຄາວ
ເຄັດລັບກັບການໜຶ້ງປາບໍ ໃຫ້ຄາວກ່ອນອື່ນຕ້ອງເລືອກປາ ທີ່ສົດໃໝ່ ແລະຜ່ານການລ້າງເຮັດ ຄວາມສະອາດຢ່າງດີ ໂດຍວິທີ ເບິ່ງວ່າປາສົດ ຫຼື ບໍ່ໃຫ້ເບິ່ງທີ່ຕາ ປາຈະຕ້ອງຕາໃຫຍ່ເຕັມທີ່ໃສບໍ່ ຫຼຸບບໍ່ເລິກ ຫຼື ບຸ້ມເປັນສີເທົາ, ເກັດ ສີສົດໃສເປັນມັນເງົາ, ລຽບສະເໝີ ກັນບໍ່ແຫ້ງຫຼືຫຼຸດອອກ, ໜັງຄວນ ຈະມີເມືອກຄຸມຢູ່ທົ່ວໂຕ ແລະຊຸຸ່ມ ຊື່ນຢູ່ຕະຫຼອດເວລາ, ເຫງືອກຕ້ອງ ມີສີແດງສົດບໍ່ຂຽວຄ້ຳ, ຄີບປິດສະໜິດ, ຊີ້ນປາບໍ່ເລະ ແລະອ່ອນ ເຫຼວ ເມື່ອໄດ້ປາທີ່ເລືອກໄດ້ແບບ ສົດໃໝ່ແລ້ວກໍນຳມາຄົວລ້າງນ້ຳ ໃຫ້ສະອາດທາຊີ້ນປາດ້ວຍນ້ຳ ໝາກນາວ ແລະເກືອພໍປະມານ ກ່ອນນຳໄປໜຶ້ງ ຈະຊ່ວຍກຳຈັດ ກິ່ນຄາວປາ ຫຼື ຫາກບໍ່ສະດວກໃຊ້ ນ້ຳໝາກນາວ ຈະໃຊ້ເປັນນ້ຳສົ້ມ ສາຍຊູແທນກໍໄດ້ ນອກຈາກນີ້ນ້ຳ ໝາກນາວ ຫຼື ນ້ຳສົ້ມສາຍຊູທີ່ປະ ສົມຮ່ວມກັບເກືອຈະຊ່ວຍເຮັດໃຫ້ ຊີ້ນປາຄົງຮູບຮ່າງບໍ່ແຕກ, ບໍ່ເລະ ງ່າຍ ຊຶ່ງມີຜົນເຮັດໃຫ້ຊີ້ນປາໜຶ້ງສວຍງາມໜ້າຮັບປະທານຍິ່ງຂຶ້ນ.
ເຄັດລັບສຳຄັນກໍຄືກ່ອນຈະ ໃສ່ປາລົງໄປໜຶ້ງ ຕ້ອງແນ່ໃຈວ່າ ນ້ຳຟົດແຮງໆເສຍກ່ອນ ແລະຂະ ນະໜຶ້ງກໍຕ້ອງໃຊ້ໄຟແຮງໃຫ້ນ້ຳ ຟົດໆເຊັ່ນກັນ ເນື່ອງຈາກການໃຊ້ ອາຍນ້ຳທີ່່ຮ້ອນຈາກນ້ຳຟົດຈະ ຊ່ວຍກຳຈັດກິ່ນຄາວບໍ່ໃຫ້ຫຼົງ ເຫຼືອໃນປາໄດ້ ແລະໃນລະຫວ່າງ ໜຶ້ງກໍຄວນເປີດຝາໝໍ້ໃຫ້ອາຍນ້ຳ ອອກເລື້ອຍໆ ເພາະອາຍນ້ຳຈະພາ ກິ່ນຄາວຂອງປາອອກໄປໄດ້ອີກ ຢ່າງໜຶ່ງການໃຊ້ສະໝຸນໄພບາງ ຊະນິດກໍສາມາດຊ່ວຍດັບກິ່ນ ຄາວຂອງປາໄດ້ ໂດຍສະໝຸນໄພ ທີ່ແນະນຳກໍຄື: ຫົວສີໄຄ ແລະຫົວ ຜັກບົ່ວແດງ ລອງໃສ່ສອງສິ່ງນີ້ ລົງໄປຂະນະໜຶ້ງປາເບິ່ງສະໝຸນ ໄພຈະຊ່ວຍດັບກິ່ນຄາວປາໄດ້ເປັນຢ່າງດີ.
ທີ່ມາ: ເສດຖະກິດ-ສັງຄົມ