ສິງກະໂປໃຊ້ເງິນຢວນເປັນເງິນທຶນສຳຮອງສາກົນ
ທະນາຄານກາງສິງກະໂປລະບຸໃນວັນທີ 22 ມິຖຸນາທີ່ຜ່ານມາວ່າ ຈະລົງທຶນທາງການເງິນໃນສະກຸນເງິນຢວນຂອງສປ ຈີນເປັນສ່ວນໜຶ່ງຂອງເງິນທຶນສຳຮອງສາກົນນັບຕັ້ງແຕ່ເດືອນມິຖຸນານີ້ ເປັນຕົ້ນໄປສະແດງໃຫ້ເຫັນວ່າສະກຸນເງິນຢວນກຳລັງເປັນທີ່ຍອມຮັບໃນ ລະດັບສາກົນຫຼາຍຂຶ້ນເລື້ອຍໆ.
ທະນາຄານກາງສິງກະໂປເປີດເຜີຍວ່າ ສິງກະໂປຍອມຮັບຕະຫຼາດການເງິນຂອງຈີນມີຄວາມໝັ້ນຄົງ ແລະ ເປີດເສລີຫຼາຍຂຶ້ນ ລວມທັງເງິນຢວນກໍເປັນທີ່ຍອມຮັບຫຼາຍຂຶ້ນໃນບັນດາຜູ້ລົງທຶນໃນຖານະ ຊັບສິນສາກົນ, ທັງນີ້ທະນາຄານກາງສິງກະໂປລົງທຶນທາງການເງິນໃນສະກຸນເງິນຢວນມາ ຕັ້ງແຕ່ປີ 2012 ພາຍໃຕ້ໂຄງການໜຶ່ງທີ່ຍອມໃຫ້ນັກລົງທຶນສະຖາບັນຕ່າງປະເທດເຂົ້າມາ ຊື້ກາສານທຶນ ແລະ ພັນທະບັດທີ່ມີລາຍຊື່ໃນຕະຫຼາດຫຼັກຊັບພາຍໃນຂອງຈີນ, ຊຶ່ງປີຜ່ານມາຈີນໄດ້ໃຊ້ນະໂຍບາຍຕ່າງໆເພື່ອໃຫ້ນັກລົງທຶນສະຖາ ບັນຕ່າງປະເທດເຂົ້າເຖິງການແລກປ່ຽນເງິນຕາຕ່າງປະເທດ ແລະຕະຫຼາດກາສານໜີ້ຢ່າງເສລີຫຼາຍຂຶ້ນ. ຕົວຢ່າງເຊັ່ນ: ນັກລົງທຶນສະຖາບັນຕ່າງປະເທດສ່ວນໃຫຍ່ໄດ້ຮັບອະນຸຍາດໃຫ້ເຂົ້າເຖິງ ຕະຫຼາດພັນທະບັດລະຫວ່າງທະນາຄານຈີນ ແລະ ໂກຕາການລົງທຶນຖືກຍົກເລີກໄປ, ທະນາຄານກາງສິງກະໂປລະບຸວ່າ ຂໍ້ຈຳກັດກ່ຽວກັບການສົ່ງເງິນເຂົ້າ ແລະ ອອກຖືກຍົກເລີກ ແລະ ປະຈຸບັນນີ້ບໍ່ຈຳເປັນຕ້ອງໄດ້ຮັບອະນຸມັດລ່ວງໜ້າສຳລັບການສົ່ງ ເງິນທຶນທີ່ລົງທຶນໃນຕະຫຼາດພັນທະບັດລະຫວ່າງທະນາຄານກັບຄືນປະເທດ.
ສຳນັກຂ່າວບລູມເບິກນິວ ລາຍງານວ່າ ຈີນກຳລັງເຄື່ອນໄຫວສ້າງສະຖຽນລະພາບໃຫ້ກັບສະກຸນເງິນຢວນ ກ່ອນທີ່ຈະຖືກນັບລວມໃນກະຕ່າເງິນສຳຮອງສາກົນຂອງກອງທຶນການເງິນ ສາກົນ (ໄອເອັມເອຟ) ຊຶ່ງມີຜົນຕັ້ງແຕ່ວັນທີ່ 1 ຕຸລາທີ່ຈະມາເຖິງນີ້ເປັນຕົ້ນໄປ ຫຼັງຈາກຄາດໝາຍວ່າ ມີເງິນໄຫຼອອກນອກປະເທດປະມານ 1 ພັນຕື້ຢວນໃນປີທີ່ຜ່ານມາ.
ຂໍ້ມູນຈາກ: ເສດຖະກິດ-ສັງຄົມ