ສປປ ເກົາຫຼີ ຍິງລູກສອນໄຟໄປສູ່ທະເລ
ຫ້ອງການຂອງສະພາເສນາທິການກອງທັບ ສ ເກົາຫຼີ ຖະແຫຼງເມື່ອວັນທີ 3 ສິງຫານີ້ວ່າ ສປປ ເກົາຫຼີ ໄດ້ຍິງລູກສອນໄຟນັດໜຶ່ງຈາກແຄມຝັ່ງທະເລ ອອກໄປສູ່ນອກຝັ່ງທະເລ ໃນຂະນະດຽວກັນ ຂ່າວສານກຽວໂດ ຂອງຍີ່ປຸ່ນ ກໍ່ລາຍງານໂດຍອ້າງຕາມຄຳເວົ້າຂອງເຈົ້າໜ້າທີ່ ສ ເກົາຫຼີ ແລະ ຍີ່ປຸ່ນ ໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນທີ 3 ສິງຫານີ້ ສປປ ເກົາຫຼີ ໄດ້ຍິງລູກສອນໄຟໜ່ວຍໜຶ່ງອອກໄປຍັງດ້ານທະເລຍີ່ປຸ່ນ ແລະ ຕົກລົງໃນເຂດສິດທິພິເສດດ້ານເສດຖະກິດພິເສດ (EEZ) ຂອງຍີ່ປຸ່ນ.
ກ່ອນໜ້ານີ້ເມື່ອປີ 1998 ສປປ ເກົາຫຼີ ກໍ່ໄດ້ຍິງລູກສອນໄຟ Taepodong-1 ໜ່ວຍໜຶ່ງຜ່ານຍີ່ປຸ່ນ ແລະ ຕົກລົງໃນເຂດ EEZ ຂອງຍີ່ປຸ່ນ ຢູ່ໃນມະຫາສະໝຸດປາຊີຟິກ.
ຂ່າວແຈ້ງວ່າ ປັດຈຸບັນນີ້ ຍັງບໍ່ເປັນທີ່ຈະແຈ້ງວ່າ ລູກສອນໄຟທີ່ຍິງໄປເທື່ອຫຼ້າສຸດນີ້ເປັນປະເພດໃດໃນເທື່ອກ່ອນໆ ຖືວ່າ ສປປ ເກົາຫຼີ ໄດ້ທົດລອງຍິງລູກສອນໄຟ Musudan ຂະໜາດປານກາງ.
ການຍິງລູກສອນໄຟເທື່ອນີ້ຂອງ ສປປ ເກົາຫຼີ ມີຂຶ້ນຫຼັງຈາກທີ່ປະເທດນີ້ມີຄຳຂູ່ຕໍ່ແຜນການຂອງ ສ ອາເມຣິກາ ໃນການແນໃສ່ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟ THAAD ຢູ່ໃນ ສ ເກົາຫຼີ ໃນທ້າຍປີໜ້າ.
ທີ່ມາ Pathedlao lao