ລັດເລີ່ມເກັບພາສີ-ອາກອນນຳເຂົ້ານ້ຳມັນເຊື້ອໄຟທຸກປະເພດ
ເນື່ອງຈາກໃນໄລຍະຜ່ານມາ ລັດຖະບານໄດ້ຍົກເວັ້ນພາສີ-ອາກອນນຳເຂົ້ານ້ຳມັນເຊື້ອໄຟເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ
ໂດຍສະເພາະແມ່ນການຈັດຕັ້ງ ປະຕິບັດບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ, ໂຄງການຊ່ວຍເຫຼືອລ້າ ແລະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ດີສົມຄວນ ແຕ່ຄຽງຄູ່ກັນນັ້ນ ຍັງໄດ້ກາຍເປັນຊ່ອງຫວ່າງໃຫຍ່ໃຫ້ແກ່ການລັກລອບນຳເຂົ້ານ້ຳມັນເຊື້ອໄຟຂາຍຕາມທ້ອງຕະຫຼາດໃນທົ່ວປະເທດ ສະນັ້ນ ນັບແຕ່ນີ້ເປັນຕົ້ນໄປການນຳເຂົ້ານ້ຳມັນເຊື້ອໄຟທຸກປະເພດຕ້ອງໄດ້ເສຍພາສີ ອາກອນຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍແຫ່ງ ສປປ ລາວ ເພື່ອຮັບປະກັນ ການເກັບລາຍຮັບເຂົ້າງົບປະມານຂອງລັດໃຫ້ໄດ້ຢ່າງຄົບຖ້ວນ ແລະໂປ່ງໃສ.
ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະ ມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງ ຂ່າວຕໍ່ສື່ມວນຊົນໃນວັນທີ 4 ສິງຫາ ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງໃນການຍົກເວັ້ນພາສີອາກອນນຳເຂົ້ານ້ຳມັນເຊື້ອໄຟທົ່ວປະເພດແມ່ນໄດ້ປະ ກອບສ່ວນໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງ, ໂຄງການຊ່ວຍເຫຼືອລ້າ ແລະວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ໃນ ເວລາດຽວກັນ ນັ້ນ ກໍໄດ້ເປັນຊ່ອງຫວ່າງໃຫຍ່ໃຫ້ແກ່ການລັກລອບນຳເຂົ້ານ້ຳມັນເຊື້ອໄຟມາຂາຍຕາມທ້ອງຕະຫຼາດ ເຮັດ ໃຫ້ການຄຸ້ມຄອງພົບຄວາມຫຍຸ້ງຍາກ ທັງເປັນການສູນເສຍລາຍຮັບງົບປະມານຂອງ ລັດຖະບານເປັນຈຳນວນຫຼວງຫຼາຍ ເປັນຕົ້ນ ການອະນຸມັດຍົກເວັ້ນພາສີ-ອາກອນ ນຳເຂົ້ານ້ຳມັນເຊື້ອໄຟທຸກປະເພດ ໃນ ຂອບເຂດທົ່ວປະເທດມາຮອດວັນທີ 20 ພຶດສະພາ 2016 ມີທັງໝົດ 1,49 ຕື້ລິດເປັນມູນຄ່າ ທັງໝົດ 1.495 ຕື້ກີບ ຕາມ ລາຄານ້ຳມັນເຊື້ອໄຟໃນປະຈຸບັນ.
ດ້ວຍເຫດນັ້ນ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີທີ່ໄດ້ຈັດຂຶ້ນໃນວັນທີ 1-2 ສິງຫາຜ່ານມາ ໄດ້ຕົກລົງກັນວ່າ: ໃນຕໍ່ໜ້ານີ້ໃຫ້ຢຸດຕິການອະນຸຍາດ ຍົກເວັ້ນພາສີ-ອາກອນນຳເຂົ້ານ້ຳມັນເຊື້ອໄຟທຸກປະເພດ ລວມທັງຮັບໃຊ້ໂຄງການຊ່ວຍເຫຼືອລ້າ ແລະວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຈຸດປະສົງຂອງການຢຸດຕິການຍົກເວັ້ນພາ ສີ-ອາກອນ ນຳເຂົ້ານ້ຳມັນເຊື້ອໄຟທຸກປະ ເພດແມ່ນເພື່ອເຮັດໃຫ້ການນຳເຂົ້ານ້ຳມັນເຊື້ອໄຟທຸກປະເພດຖືກຕ້ອງຕາມກົດໝາຍ, ນິຕິກຳລຸ່ມກົດໝາຍ, ຮັບປະກັນ ການເກັບລາຍຮັບເຂົ້າງົບປະມານຂອງລັດໃຫ້ໄດ້ຢ່າງຄົບຖ້ວນແລະໂປ່ງໃສ, ເຮັດໃຫ້ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກົດໝາຍ, ນິຕິກຳລຸ່ມກົດໝາຍຂອງ ລັດໃຫ້ປາກົດຜົນເປັນຈິງ, ເຂັ້ມງວດ ແລະສັກສິດ, ທັງນີ້ ກໍເພື່ອເຮັດໃຫ້ການ ບໍລິຫານປະເທດຂອງລັດຖະບານ ເວົ້າລວມ ເວົ້າສະເພາະ ແມ່ນການບໍລິຫານ ຂອງຄະນະລັດຖະບານຊຸດທີ 8 ໃຫ້ເຂົ້າສູ່ກົດໝາຍເທື່ອລະກ້າວ, ມີຄວາມເປັນ ເອກະພາບສູງ, ໜັກແໜ້ນ, ເຂັ້ມແຂງ ແລະໂປ່ງໃສ.
ການຈັດຕັ້ງປະຕິບັດແມ່ນເລີ່ມແຕ່ນີ້ເປັນຕົ້ນໄປຈະບໍ່ອະນຸຍາດຍົກເວັ້ນພາສີ-ອາກອນນຳເຂົ້ານ້ຳມັນເຊື້ອໄຟທຸກ ປະເພດໃນຂອບເຂດທົ່ວປະເທດ ສຳລັບໂຄງການທີ່ໄດ້ຮັບການຍົກເວັ້ນໃນໄລ ຍະຜ່ານມາແມ່ນຈະໄດ້ດຳເນີນການ ກວດກາ ແລະເຈລະຈາຄືນໃໝ່ ເພື່ອເຮັດແນວໃດໃຫ້ທຸກໆໂຄງການຕ້ອງຫັນເຂົ້າສູ່ກົດໝາຍ, ລະບຽບການ ແລະໃຫ້ຈັດ
ຕັ້ງປະຕິບັດຕາມກົດໝາຍຢ່າງເຄັ່ງຄັດ.
ຕັ້ງປະຕິບັດຕາມກົດໝາຍຢ່າງເຄັ່ງຄັດ.
ທັງນີ້ ໃຫ້ບັນດາກະຊວງທີ່ກ່ຽວຂ້ອງເປັນຕົ້ນກະຊວງການເງິນ, ກະຊວງແຜນການ ແລະການລົງທຶນ, ກະຊວງອຸດ ສາຫະກຳ ແລະການຄ້າ, ກະຊວງພະລັງງານ ແລະບໍ່ແຮ່ ແລະພາກສ່ວນທີ່ກ່ຽວ ຂ້ອງຈົ່ງດຳເນີນການກວດກາຄືນການ ຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບ ການອະນຸມັດຍົກເວັ້ນພາສີ-ອາກອນນຳ ເຂົ້ານ້ຳມັນເຊື້ອໄຟທຸກປະເພດທີ່ຜ່ານມາວ່າ ໄດ້ຈັດຕັ້ງປະຕິບັດສຳເລັດເທົ່າ ໃດ, ຍັງເທົ່າໃດ ແລະຈະແກ້ໄຂແນວໃດ ໃຫ້ສອດຄ່ອງແລ້ວລາຍງານໃຫ້ລັດຖະບານ, ນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາໃນໄວໆນີ້ ພ້ອມທັງໃຫ້ຮີບຮ້ອນກວດກາ ແລະປັບປຸງບັນດານິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງກັບການນຳ ເຂົ້ານ້ຳມັນເຊື້ອໄຟທຸກປະເພດໃຫ້ສອດຄ່ອງກັບກົດໝາຍ ເພື່ອເປັນເອກະພາບ ກັນ ແລະເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ປະຕິບັດ.