ມີເພດສໍາພັນຕອນເປັນປະຈໍາເດືອນດີຫລືບໍ່?
ການມີເພດສຳພັນຂະນະມີປະຈຳເດືອນໃນຕ່າງປະເທດທີ່ພວກເຂົາສຶກສາກັນມາພົບໄດ້ປະມານ 3-30% ໃນປະຊາກອນທີ່ມີເພດສຳພັນສະໝໍ່າສະເໝີ
ຄົນທີ່ມີເພດສຳພັນໃນໄລຍະເວລາດັ່ງກ່າວໃຫ້ເຫດຜົນກັນວ່າເປັນໄລຍະທີ່ທັງສອງສະບາຍໃຈວ່າຈະບໍ່ເຮັດໃຫ້ຖືພາ, ຮູ້ສຶກຖືກກະຕຸ້ນໄດ້ງ່າຍຮູ້ສຶກວ່າມັນແປກໃໝ່.
ເລື່ອງທໍາອິດບໍ່ຖືພາແທ້ ຫລືບໍ່?
ຖ້າເລືອດທີ່ອອກຈາກຊ່ອງຄອດໃນໄລຍະເວລາດັ່ງກ່າວເປັນປະຈຳເດືອນແທ້ໆ (ເຊັ່ນ: ເລືອດອອກມາຫລັງກິນຢາຄຸມຄົບແຜງຫລືຮອບເດືອນມາສະໝໍ່າສະເໝີຫລາຍໆ) ໂອກາດຕັ້ງທ້ອງກໍນ້ອຍຫລາຍທີ່ຍັງມີໂອກາດຖືພາໄດ້ກໍຈະເປັນໃນກໍລະນີທີ່ເລືອດທີ່ອອກບໍ່ແມ່ນເລືອດປະຈຳເດືອນ, ແຕ່ເປັນເລືອດ” ເຂົ້າໃຈຜິດ” ເຊັ່ນ:ເປັນເລືອດທີ່ອອກໄລຍະທີ່ຕົກໄຂ່(ໄລຍະນັ້ນກໍສາມາດມີເລືອດອອກໄດ້)ຫລືອີກກໍລະນີຄືໃນຮອບເດືອນຜູ້ຍິງຄົນນັ້ນສັ້ນຕົກໄຂ່ໄວກວ່າຮອບເດືອນຜູ້ຍິງທີ່ຮອບເດືອນຍາວແລ້ວມີເພດສຳພັນກັນໃນມື້ທ້າຍໆຂອງປະຈຳເດືອນແລ້ວອາສຸຈິເກີດແຂງແຮງລອຍຄອຍຖ້າໄຂ່ຕົກໄດ້3-5ມື້ກໍສາມາດຖືພາໄດ້ ດັ່ງນັ້ນ ແມ່ນໂອກາດຈະຖືພາໜ້ອຍກໍ່ແມ່ນແຕ່ກໍບໍ່ແມ່ນວ່າ”ຈະບໍ່ມີໂອກາດໄດ້ລູກຂະນະມີປະຈໍາເດືອນ”.
ເລື່ອງທີ 2ແລ້ວ “ຈະມີໂອກາດຕິດເຊື້ອເພີ່ມຂຶ້ນບໍ່”
ລະຫວ່າງມີປະຈຳເດືອນຈະເປັນໄລຍະທີ່ປະຕູປາກມົດລູກເປີດອອກໃຫ້ເລືອດຈາກໂພງມົດລູກໄຫລສູ່ໂລກພາຍນອກ (ຫລືຜ້າອະນາໄມ) ນັ້ນເອງ ຖ້າປະຕູເປີດໃຫ້ເລືອດອອກໄດ້ກໍສາມາດເປີດໃຫ້ເຊື້ອພະຍາດເຂົ້າສູ່ໂພງມົດລູກໄດ້ເຊັ່ນກັນ ດັ່ງນັ້ນ ພະຍາດທີ່ຕິດຕໍ່ກັນທາງເພດສຳພັນກໍສາມາດເດີນທາງເຖິງກັນໄດ້ຢ່າງສະບາຍໄດ້ແກ່ເຊື້ອເອດ, ໜອງໃນ, ຊິຟິລິດ, ໄວຣັສຕັບອັກເສບບີຊຶ່ງເຊື້ອດັ່ງກ່າວຕໍ່ໃຫ້ມີເພດສຳພັນໃນວັນທີ່ບໍ່ເປັນປະຈໍາເດືອນກໍມີໂອກາດຈະຕິດຕໍ່ກັນທາງເພດສຳພັນຢູ່ແລ້ວແຕ່ການມີເພດສໍາພັນຕອນມີປະຈໍາເດືອນ”ຈະເຮັດໃຫ້ມີໂອກາດຕິດເຊື້ອໄດ້ງ່າຍຂຶ້ນ”ເພາະນອກຈາກປະຕູປາກມົດລູກເປີດອອກແລ້ວພູມຄຸ້ມກັນຂອງແມ່ຜູ້ຍິງໃນໄລຍະມື້ນັ້ນຂອງເດືອນຈະຫລຸດລົງໜ້ອຍໜຶ່ງນໍາອີກ.
ທີ່ມາ: laopost