ສຸດອື້ງ 7 ຂໍ້ດີ ຂອງການລ້າງໜ້າດ້ວຍນ້ຳມັນໝາກກອກ
ໃຜຈະຮູ້ວ່າການລ້າງໜ້າດ້ວຍນ້ຳມັນສະກັດຈາກທຳມະຊາດມີຜົນລັບທີ່ໜ້າຕົກໃຈ ແລະ ເຕັມໄປດ້ວຍປະໂຫຍດຕໍ່ ຜິວທຸກປະເພດການນວດຜິວດ້ວຍນ້ຳມັນຢ່າງອ່ອນໂຢນເປັນການຊ່ວຍ ກະຕຸ້ນການໄຫຼວຽນຂອງເລືອດແລະ ເຮັດໃຫ້ວິຕາມິນທີ່ຢູ່ໃນນ້ຳມັນຊຶມ ລົງສູ່ຜິວໄດ້ຢ່າງລ້ຳເລິກອີກດ້ວຍ ຫຼາຍຄົນວ່າມັນດີແທ້ບໍ? ເຮົາຈຶ່ງນຳ 7 ຂໍ້ດີທີ່ຢາກໃຫ້ສາວໆ ໄດ້ລອງສຳຜັດມາບອກຕໍ່ກັນ.
1.ງ່າຍ
ຂັ້ນຕອນບໍ່ຊັບຊ້ອນຫຍັງເລີຍ ພຽງແຕ່ປະສົມນ້ຳມັນໝາກກອກແລະນ້ຳມັນລະຫຸ່ງເຂົ້ານຳກັນໃນປະລິມານ ທີ່ເທົ່າໆກັນທັງສອງຢ່າງ ແລ້ວເທນ້ຳມັນໃສ່ມືປະມານ 1/4 ຂອງຝ່າມືຈາກນັ້ນກໍນຳມາທາເທິງໃບຫນ້າທີ່ແຫ້ງ ປະເອົາໄວ້ 1 ນາທີ ແລ້ວໃຊ້ຜ້າຊຸບນ້ຳຮ້ອນບິດໃຫ້ໝາດ ນຳມາປະຄົບຜິວໜ້າປະມານ 30 ວິນາທີ ຈາກນັ້ນກໍເຊັດນ້ຳມັນອອກຈາກຜິວໃຫ້ໝົດ.
2.ເປັນທຳມະຊາດ
ໃຜທີ່ຢາກຫຼີກລ້ຽງສານເຄມີຕ່າງໆ ກໍ່ເໝາະແລ້ວຖ້າຈະໄດ້ລອງ ເພາະເຈົ້າຈະບໍ່ພົບກັບສານພາລາເບນ, ສານສັງເຄາະຕ່າງໆ ຫຼຸດການສະສົມຂອງສານເຄມີໃນຜິວທຸກເທື່ອທີ່ລ້າງໜ້າກໍ່ບໍ່ຕ້ອງ ກັງວົນວ່າຈະມີສານເຄມີຕົກຄ້າງ.

3.ລາຄາບໍ່ແພງ
ບໍ່ຕ້ອງເສຍເງີນ 2-3 ແສນ ໃນການຊື້ນ້ຳມັນລ້າງຫນ້າທີ່ມີລາຄາແພງແລະອາດມີສານເຄມີທີ່ ເຮັດໃຫ້ຜິວຂອງເຈົ້າແພ້ໄດ້ ນ້ຳມັນໝາກກອກແລະນ້ຳມັນລະຫຸ່ງເຮັດໃຫ້ເຈົ້າປະຫຍັດໄປໄດ້ຫຼາຍ ແຖມຍັງປອດໄພກວ່າອີກ.

4.ດີຕໍ່ສຸຂະພາບ
ນ້ຳມັນລະຫຸ່ງຈະຊ່ວຍກຳຈັດຄາບສົກກະປົກທີ່ກໍຢູ່ເທີ່ງຜິວແລະນ້ຳ ມັນສ່ວນເກີນໄດ້ຢ່າງດີ ແຕ່ຖ້າໃຊ້ພຽງຢ່າງດຽວກໍອາດເຮັດໃຫ້ຜິວແຫ້ງໄດ້ ດັ່ງນັ້ນຈຶ່ງຕ້ອງປະສົມກັບນ້ຳມັນໝາກກອກເພື່ອຕື່ມຄວາມຊຸ່ມຊື່ນ ເຂົ້າໄປ ຊຶ່ງນ້ຳມັນໝາກກອກຈະຊ່ວຍຕ້ານອະນຸມູນອິດສະ ຫລະແລະປັບສະພາບຜິວໃຫ້ຜິວດີຂຶ້ນພາຍໃນສອງອາທິດ.

5.ຜິວສະອາດ
ຫຼັງຈາກເຮັດຄວາມສະອາດດ້ວຍນ້ຳມັນສອງຊະນິດນີ້ ຜົນລັບຄືຊ່ວຍກຳຈັດຄາບມັນແລະສິ່ງສົກກະປົກໄດ້ຢ່າງລ້ຳເລິກ ແຖມຍັງເໝາະກັບທຸກສະພາບຜິວ ບໍ່ເວັ້ນແຕ່ຜິວທີ່ມີບັນ ຫາແລະແນ່ນອນວ່າບໍ່ເຮັດໃຫ້ຜິວແພ້.

6.ເພີ່ມຄວາມຊຸ່ມຊື່ນ
ຢ່າງທີ່ບອກວ່ານ້ຳມັນໝາກກອກຈະເປັນຕົວຊ່ວຍເພີ່ມຄວາມຊຸ່ມຊື່ນ ໃຫ້ຜິວແລະຍັງມີສານອາຫານຫລວງຫລາຍທີ່ເຮັດໃຫ້ຜິວພັນ ມີນ້ຳມີນວນສົດຊື່ນ ທີ່ສຳຄັນເຄັດລັບນີ້ເປັນເຄັດລັບຄວາມງາມເກົ່າແກ່ຂອງຊາວອີຢິບ ແລະຊາວໂຮມັນ ເພາະມັນເຮັດໃຫ້ຜິວນຽນນຸ່ມ ແລະ ຢືດຫຢຸ່ນຢ່າງດີ.

7.ປອດໄພ
ນັ້ນກໍ່ເພາະເປັນນ້ຳມັນທຳມະຊາດສະກັດມາຈາກພືດລ້ວນໆບໍ່ມີສານເຄ ມີເຈືອປົນ ການເຮັດຄວາມສະອາດດ້ວຍນ້ຳມັນທັງສອງຢ່າງນີ້ຈຶ່ງມີແຕ່ຄວາມປອດໄພ ຕໍ່ຜິວພັນ ແຖມຍັງເປັນມິດກັບສິ່ງແວດລ້ອມດ້ວຍ.

ທີ່ມາ http://news.com.la/detail/15371