ຈະລາຈອນບໍລິຄຳໄຊ ຄຸມເຂັ້ມຂັບຂີ່ປອດໄພ
ເພື່ອປະຕິບັດຕາມແຈ້ງການຂອງທ່ານ ເຈົ້າແຂວງໆບໍລິຄຳໄຊເລກທີ 001/ຂບຊ, ລົງວັນທີ 18 ມັງກອນ 2016 ກ່ຽວກັບການຂຶ້ນທະບຽນຍານພາຫະນະ ຂັ້ນແຂວງບໍລິຄຳໄຊ ແລະອີງຕາມການເຄື່ອນໄຫວລົງກວດກາຍານພາຫະນະທຸກຊະນິດ ແລະໂຄສະນາຈັດສັນຕາມເສັ້ນທາງຫຼວງແຫ່ງຊາດ,ທາງເລກທີ 13 ໃຕ້, ເລກ 4 ເບ່ ແລະຕາມເສັ້ນທາງໃນເທສະບານເມືອງປາກຊັນໃຫ້ເປັນລະບຽບ ພ້ອມໃຫ້ຜູ້ຂັບຂີ່ລົດທຸກຊະນິດໄດ້ມີຄວາມປອດໄພ, ຫຼຸດການເກີດອຸບັດເຫດຕາມທ້ອງຖະໜົນຂະນະນີ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນແຂວງບໍລິຄຳໄຊ ໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດລະບຽບຈະລາຈອນ.
ທ່ານ ສຸທອງ ສຸວັນນະວົງ ຫົວໜ້າກອງຕຳຫຼວດທາງຫຼວງແຂວງບໍລິຄຳໄຊ ໄດ້ສຳພາດຕໍ່ນັກຂ່າວໜັງສືພິມເມື່ອວັນທີ 5 ກໍລະກົດນີ້ ໃນຂະນະກຳລັງປະຕິບັດໜ້າທີ່ກວດລົດຈັກຢູ່ປ້ອມທາງ 3 ແຍກໄປສະນີ ແຂວງບໍລິຄຳໄຊວ່າ: ການຈັດຕັ້ງປະຕິບັດກວດກາພາຫະນະຂອງເຈົ້າຈະລາຈອນ ປກສ ແຂວງບໍລິຄຳໄຊຄັ້ງນີ້ແມ່ນໄດ້ປະຕິບັດກັນທຸກໆມື້ຕາມແຈ້ງການ ເລກທີ 001 ຂອງທ່ານ ເຈົ້າ ແຂວງບໍລິຄຳໄຊ ແລະຕາມທິດຊີ້ນຳຂອງຄະນະພັກກອງບັນຊາການ ປກສ ແຂວງເພື່ອລົງກວດກາຕົວຈິງຂອງຜູ້ຂັບຂີ່ລົດທີ່ແລ່ນດ້ວຍເຄື່ອງ ຈັກທຸກຊະນິດເປັນຕົ້ນແມ່ນລົດຈັກ ແລະຜູ້ຂັບຂີ່ລົດຈັກທີ່ລະເມີດຜິດຕໍ່ກົດຈະລາຈອນ ເພື່ອເຮັດໃຫ້ຜູ້ຂັບຂີ່ໄດ້ຮູ້ການຮັກສາກົດຈະລາຈອນ ແລະເພື່ອຄວາມປອດໄພໃຫ້ແກ່ຕົນເອງໃນເວລາຂັບຂີ່ລົດຈັກພ້ອມ ຫຼຸດການເກີດອຸບັດເຫດຢ່າງປອດໄພ.ໃນນັ້ນຫາກຜູ້ຂັບຂີ່ຜູ້ໄດຫາກ ລະເມີດຜິດຕໍ່ກົດຈະລາຈອນເຈົ້າໜ້າທີ່ຈະໄດ້ກັກຕົວເພື່ອສືກສາ ອົບຮົມ ແລະປັບໃໝຕາມດຳລັດເລກທີ 188/ນຍ, ວ່າດ້ວຍການປັບໃໝ ແລະມາດຕະການຕ່າງໆຕໍ່ຜູ້ລະເມີດຕາມລະບຽບກົດໝາຍກ່ຽວກັບການ ຈະລາຈອນທາງບົກ ເປັນຕົ້ນຜູ້ຂັບຂີ່ລົດຈັກບໍ່ໃສ່ໝວກກັນກະທົບຈະຖືກປັບໃໝ 30.000 ກີບ, ບໍ່ໃສ່ແວ່ນທັງສອງຂ້າງລົດປັບໃໝ 20.000 ກີບ, ບໍ່ຕິດປ້າຍທະບຽນລົດປັບໃໝ 10.000 ກີບ, ບໍ່ມີໃບຂັບຂີ່ປັບໃໝ 20.000 ກີບ, ອາຍຸບໍ່ເຖີງກະສຽນຕ່ຳກວ່າ 15 ປີຂັບຂີ່ລົດຈັກ ປັບໃໝຜູ້ປົກຄອງ 30.000 ກີບ ພ້ອມສຶກສາອົບຮົມ, ຜູ້ຂັບຂີ່ດື່ມເຫຼົ້າ, ເມົາເຫຼົ້າ-ເບຍເກີນກຳນົດທາງເຈົ້າໜ້າທີ່ກັກ ຕົວໄວ້ຈົນເຊົາເມົາພ້ອມສຶກສາອົບຮົມ
ແລະປັບໃໝຕາມລະບຽບການ ແລະໃນກໍລະນີຜູ້ຂັບຂີ່ໃຊ້ໃບຂັບຂີ່ຂອງຜູ້ອື່ນ ແລະເອກະສານລົດຜູ້ອື່ນ ຫຼື ປອມແປງຈະຖືກປັບໃໝ 50.000 ກີບ.
ແລະປັບໃໝຕາມລະບຽບການ ແລະໃນກໍລະນີຜູ້ຂັບຂີ່ໃຊ້ໃບຂັບຂີ່ຂອງຜູ້ອື່ນ ແລະເອກະສານລົດຜູ້ອື່ນ ຫຼື ປອມແປງຈະຖືກປັບໃໝ 50.000 ກີບ.
ທ່ານ ສຸທອງ ໃຫ້ຮູ້ຕື່ມວ່າ: ເງິນທີ່ປັບໃໝທັງໝົດທີ່ໄດ້ເຈົ້າໜ້າທີ່ໄດ້ນຳໃຊ້ເຂົ້າໃນວຽກງານ ກອບກູ້ຊີວິດໃນເວລາ ຜູ້ຂັບຂີ່ເກີດອຸບັດເຫດ, ນຳໃຊ້ເຂົ້າໃນວຽກງານໂຄສະນາກ່ຽວກັບຄວາມປອດໄພທາງຖະໜົນ, ໃຊ້ວຽກງານພິມເອກະສານຕ່າງໆກ່ຽວກັບໂຄສະນາທາງຖະໜົນ, ວຽກງານບໍລິຫານ ແລະຄຸ້ມຄອງຄວາມປອດໄພທາງຖະໜົນ, ວຽກງານສ້າງຂີດຄວາມສາມາດ ແລະອຸປະກອນຮັບໃຊ້. ໃນນາມເຈົ້າໜ້າທີ່ຕຳຫຼວດຈະລາຈອນແມ່ນເປັນຜູ້ຮັກສາຄວາມປອດໄພ ໃຫ້ຜູ້ຂັບຂີ່ຕາມຖະໜົນຫົນທາງປອດໄພ ແລະປະຕິບັດຕາມພັກ-ລັດຂັ້ນເທິງມອບໝາຍໃຫ້ຢ່າງແທ້ຈິງບໍ່ວ່າຈະ ຝົນຕົກ, ແດດອອກ, ກາງເວັນ, ກາງຄືນເຈົ້າໜ້າທີ່ຈະລາຈອນກໍຈະຢືນຂ້າງຖະໜົນເພື່ອຮັກສາຄວາມ ປອດໄພໃຫ້ຜູ້ຂັບຂີ່ເດີນທາງຈົນເຖີງຈຸດໝາຍປາຍທາງ. ພ້ອມນີ້ກໍ່ຝາກເຖິ່ງຜູ້ຂັບຂີ່ລົດທີ່ແລ່ນດ້ວຍເຄື່ອງຈັກທຸກ ຊະນິດ, ທຸກທ່ານຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຜູ້ຂັບຂີ່ເອງ.
ທີ່ມາແຫຼ່ງຂ່າວ: ເສດຖະກິດ-ສັງຄົມ