ເຄັດລັບກຳຈັດຂີ້ແມງວັນ, ຂີ້ກະຕອດ(ຂີ້ຕູດ), ຕາປາ ລາຄາສະບາຍກະເປົ໋າ
ວັດຖຸທີ່ຕ້ອງກຽມ
1. ປູນແດງ
2. ຜົງດ່າງ, ສະບູຊັນໄລຕ໌, ສະບູທຳມະດາ
3. ໄມ້ຈິ້ມແຂ້ວ
ວິທີກຳຈັດ
1. ນຳເອົາປູນແດງມາປະສົມກັບຜົງດ່າງ ຫລື ສະບູໃນອັດຕາສ່ວນທີ່ເທົ່າກັນ
2. ຕື່ມນ້ຳລົງໄປນ້ອຍໜຶ່ງພໍໃຫ້ເປັນເນື້ອຄຣີມຂຸ້ນໆ
3. ນຳໄມ້ຈິ້ມແຂ້ວໄປຈຸ່ມໃນປູນແດງທີ່ປະສົມໄວ້ໃຫ້ໄດ້ເປັນກ້ອນນ້ອຍໆ ຫລື ຂະໜາດເທົ່າກັບເມັດຂີ້ແມງວັນ
4. ນຳໄມ້ຈິ້ມແຂ້ວໄປແປະບໍລິເວນຂີ້ແມງວັນ ແລະ ລໍຖ້ຈົນກວ່າຈະແຫ້ງ
5. ເມື່ອແຫ້ງແລ້ວໃຫ້ລ້າງໜ້າດ້ວຍນ້ຳສະອາດ ຫລື ເຊັດອອກດ້ວຍຜ້າສະອາດຄ່ອຍໆ ຈະສັງເກດເຫັນວ່າຂີ້ແມງວັນຫຼຸດອອກໄປຈາກໃບໜ້າ ແຕ່ຖ້າຍັງບໍ່ຫຼຸດອາດຕ້ອງເຮັດຊ້ຳອີກໜຶ່ງຮອບ ແລະ ລໍຖ້າປະມານ 1 ອາທິດຂີ້ແມງວັນຈະຕົກສະເກັດ ແລະ ຫຼຸດອອກເອງ ຫ້າມແກະຫລືເກົາ
ທີ່ມາ:http://news.com.la/detail/16486