ມາຮູ້ຈັກວິທີເພາະຖົ່ວງອກງ່າຍໆ ໄວ້ບໍລິໂພກໃນຄົວເຮືອນ
ປະຈຸບັນ ຖົ່ວງອກກຳລັງເປັນທີ່ນິຍົມບໍລິໂພກຢ່າງຫລວງຫລາຍບໍ່ວ່າຈະໃສ່ເຂົ້າປຽກ, ໃສ່ລາບ ແລະ ອື່ນໆ... ແຕ່ທ່ານ ຮູ້ບໍ່ວ່າຖົ່ວງອກຍັງມີຄຸນຄ່າທາງໂພຊະນາການສູງ ມີທາດໂປຣຕີນ, ວິຕາມິນ ແລະ ເກືອແຮ່ ເຊິ່ງເປັນທາດທີ່ດີຕໍ່ສຸຂະພາບຂອງ ຄົນເຮົາ ຖົ່ວງອກເປັນພືດຊະນິດດຽວທີ່ໃຊ້ເວລາການເພາະ 3-4 ມື້ ເທົ່ານັ້ນ ກໍ່ສາມາດນຳມາຮັບປະທານໄດ້.
ໂດຍມີວິທີ ແລະ ຂັ້ນຕອນ ການເພາະຖົ່ວງອກດັ່ງນີ້.
1. ໃຫ້ກຽມພາຊະນະດິນເຜົາ ຫລື ພລາສຕິກ ເຊັ່ນ: ໄຫ ຫລື ຖັງ ແລະ ໃຫ້ເອົານ້ຳຮ້ອນປະສົມກັບນ້ຳເຢັນ (ນ້ຳປົກກະຕິ) ຄື: ນ້ຳຮ້ອນ 1ສ່ວນ ຖອກລົງໄຫ ຫລື ຖັງ ເພື່ອໃຫ້ໄດ້ນ້ຳອຸ່ນປະມານ 50-60 ອົງສາ ເພື່ອກຽມແຊ່ຖົ່ວ.
2. ເມັດຖົ່ວທີ່ຈະນຳມາເພາະຄວນເລືອກຖົ່ວທີ່ນິຍົມບໍລິໂພກ ເຊັ່ນ: ຖົ່ວຂຽວເປັນຕົ້ນກ່ອນຈະເພາະຕ້ອງລ້າງຖົ່ວໃຫ້ສະອາດກ່ອນ ໂດຍການແຊ່ຖົ່ວໃນນ້ຳອຸ່ນທີ່ກຽມໄວ້ປະໄວ້ຈົນນ້ຳເຢັນລົງ ແລະ ແຊ່ຕໍ່ໄປດົນ 6-8ຊົ່ວໂມງ.
3. ນຳໄຫອີກຫນ່ວຍຫນຶ່ງ (ໄຫທີ່ກຽມເພາະຖົ່ວ) ນຳມາເຈາະຮູນ້ອຍໆທີ່ກົ້ນປະມານ 7-8 ຮູເພື່ອລະບາຍນ້ຳບໍ່ໃຫ້ຂັງ ໃນເວລາທີ່ເຮົາຫົດນ້ຳ ແລະ ບໍ່ໃຫ້ຖົ່ວເນົ່າ ຫລັງຈາກນັ້ນ ກໍ່ນຳຖົ່ວທີ່ແຊ່ໄວ້ (ຕາມຂັ້ນຕອນ 2) ຄົບ 6-8ຊົ່ວໂມງ ໃສ່ລົງໄຫທີ່ເຈາະຮູ (ຖົ່ວທີ່ແຊ່ດ້ວຍນ້ຳອຸ່ນແລ້ວຈະຕື່ງຂຶ້ນ) ໂດຍປົກກະຕິຖົ່ວ 1ສ່ວນ ຈະເຕີບໂຕເປັນຖົ່ວງອກປະມານ 5-6ເທົ່າ ດັ່ງນັ້ນ ຂະຫນາດຂອງພາຊະນະທີ່ໃສ່ຄວນເລືອກໃຫ້ຈະເຫມາະສົມ.
4. ເມື່ອເອົາຖົ່ວໃສ່ໄຫແລ້ວເຂ່ຍແປງໃຫ້ພຽງກັນແລ້ວປິດປາກໄຫດ້ວຍຟອງນ້ຳ ຫລື ຜ້າແພ ຫລັງຈາກນັ້ນຫົດນ້ຳໃຫ້ທົ່ວ ການຫົດນ້ຳຄວນຫົດ 2ເທື່ອຕໍ່ວັນ, ເທື່ອທຳອິດຫົດເພື່ອລະບາຍຄວາມຮ້ອນ ເທື່ອທີ 2ເພື່ອໃຫ້ຖົ່ວຊຸ່ມນ້ຳ ແລະ ຄວນເກັບໄວ້ໃນທີ່ຮົ່ມບໍ່ຮ້ອນ ແລະ ພື້ນແຫ້ງ.
ຫລັງຈາກເຮັດຂັ້ນຕອນທີ 4 ສຳເລັດແລ້ວເວລາຜ່ານໄປ 1 ມື້, ມື້ທີ 2 ຂອງການເພາະຖົ່ວກໍ່ຈະເລີ່ມງອກອອກມາ, ມື້ທີ 3 ຖົ່ວງອກກໍ່ຈະເລີ່ມຈະເລີນເຕີບໂຕ ແລະ ຖອດເປືອກ ແຕ່ຍັງບໍ່ໃຫຍ່ພໍປານໃດໃນມື້ທີ 4 ຖົ່ວງອກກໍ່ຈະໃຫຍ່ສົມບູນ ແລະ ສາມາດນຳມາຮັບປະທານໄດ້ຢ່າງແຊບ.
ຂໍ້ມູນຈາກ: nakamsai.ueuo.com