ນໍ້າມັນຈືນອາຫານ ກິນໄດ້ແຕ່ໃຫ້ເໝາະສົມ
ເຕືອນນ້ຳມັນຈືນອາຫານສ່ຽງມະເຮັງຕັບ ແລະ ຫາກສູດດົມເອົາອາຍລະເຫີຍ ເປັນເວລາດົນໆອາດກໍໃຫ້ເກີດເປັນມະເຮັງປອດ ດັ່ງນັ້ນຄວນປັດສະຈາກການຊື້ ອາຫານຈືນຈາກໝໍ້ທີ່ມີຄວັນຫຼາຍ, ກິ່ນເໝັນຫື່ນ, ໜຽວຂຸ້ນ, ເກີດຟອງ, ມີສີດຳ ແລະ ຄວນບໍລິໂພກໃຫ້ເໝາະສົມຄື: ຜູ້ທີ່ມີອາຍຸຕັ້ງແຕ່ 6 ປີຂຶ້ນໄປໂດຍຄິດຈາກຄວາມຕ້ອງການພະລັງງານມື້ລະ 2.000 ກິໂລແຄລໍຣີຄືໄຂມັນທັງໝົດໜ້ອຍກວ່າ 65 ກຣາມ ແລະ ກົດໄຂມັນອີ່ມຕົວໜ້ອຍກວ່າ 20 ກຣາມ, ໄຂມັນໜ້ອຍກວ່າ 300 ມິນລິກຣາມ ດັ່ງນັ້ນປະລິມານໄຂມັນທັງໝົດທີ່ຈະຕ້ອງບໍລິໂພກຕໍ່ມື້ນັ້ນ ບໍ່ຄວນເກີນປະມານ 4 ບ່ວງແກງ ກັບ 1 ບ່ວງກາເຟຕໍ່ຄົນຕໍ່ມື້ເທົ່ານັ້ນ.
ອີກສິ່ງໜຶ່ງທີ່ຜູ້ບໍລິໂພກຕ້ອງຄິດໃຫ້ດີກໍ່ຄືທັງນ້ຳມັນພຶດ ແລະ ນ້ຳມັນຈາກສັດຕ່າງໃຫ້ພະລັງງານຕໍ່ໜ່ວຍ ນ້ຳໜັກເທົ່າໆກັນຄືນ້ຳມັນ1 ກຣາມຈະໃຫ້ພະລັງງານ 9 ແຄລໍຣີ ດັ່ງນັ້ນບໍ່ວ່າຈະບໍລິໂພກນ້ຳມັນຫຍັງກໍ່ຕາມ ຫາກກິນຫຼາຍເກີນໄປຍ່ອມສົ່ງຜົນຕໍ່ນ້ຳໜັກຕົວທີ່ເພີ່ມຂຶ້ນໄດ້ທັງໝົດ.
ທີ່ມາ http://news.com.la/detail/15835