ອາຫານຫຼຸດອາການປວດຫົວ
ອາຫານຫຼຸດອາການປວດຫົວ
ຂໍ້ດີຂອງອາຫານທຳມະຊາດສຳລັບຄົນບໍ່ຕ້ອງການກິນຢາຫຼືມີອາການນ້ອຍໆຄືການປວດຫົວ ຊຶ່ງຫຼາຍຄົນມັກຈະເກີດອາການຂຶ້ນເປັນປະຈຳເຮົາມາເບິ່ງວ່າ ອາຫານຫຍັງແດ່ທີ່ເຮັດໃຫ້ອິ່ມແຖມຍັງເປັນຢາຊ່ວຍຮັກສາຮ່າງ ກາຍໄດ້ອີກ.
ປາທະເລ ເຊັ່ນ ປາທູ, ປາແຊວມອນ, ປາກະພົງ ເນື່ອງຈາກປາທະເລມີໂປຼຣຕິນສູງຊຶ່ງໜ້າທີ່ຄວບຄຸມລະດັບນ້ຳຕານໃນຮ່າງກາຍໃຫ້ຄົງທີ່ເມື່ອລະດັບນ້ຳຕານຄົງທີ່ອາການປວດຫົວກໍ່ຈະຫຼຸດລົງລວມທັງມີກົດໄຂມັນໂອເມກ້າ-3 ທີ່ເປັນກົດໄຂມັນທີ່ຈຳເປັນຕໍ່ຮ່າງກາຍເປັນຕົວຊ່ວຍຫຼຸດການອັກເສບຫຼຸດອາການປວດ.
ກ້ວຍໝາກໄມ້ຫາງ່າຍມີຫຼາກຫຼາຍສາຍພັນ ມີຢູ່ທຸກລະດູລາຄາບໍ່ແພງກ້ວຍເປັນຫມາກໄມ້ທີ່ມີສານອາຫານທີ່ດີຕໍ່ຮ່າງກາຍຫຼາຍຊະນິດທັງວິຕາມິນເອ, ວິຕາມິນບີ, ວິຕາມິນຊີ ແລະ ທີ່ສຳຄັນມີແຮ່ທາດໂພແຕດຊຽມ ທີ່ຊ່ວຍປັບສົມດຸນແຮ່ທາດໃນຮ່າງກາຍ ຈາກການສຶກສາພົບວ່າກ້ວຍຊ່ວຍຫຼຸດຄວາມຄຽດ ແລະ ເຮັດໃຫ້ເກີດຄວາມສຸກ.
ຂີງສະໝຸນໄພສາມາດນຳມາປຸງແຕ່ງອາຫານ ໄດ້ທັງຄາວ ແລະ ຫວານ ຫຼື ເຄື່ອງດື່ມ ຂີງຈະຊ່ວຍໃຫ້ຜ່ອນຄາຍເລືອດລົມໄຫຼວຽນໄດ້ດີຜັກສີຂຽວເຂັ້ມເຊັ່ນ ຜັກຂົມ, ຜັກຄະນ້າ, ຕຳນິນ ນອກຈາກຈະມີໃຍອາຫານສູງທີ່ຊ່ວຍໃຫ້ຂັບຖ່າຍຂອງເສຍອອກມາໄດ້ດີ ແລ້ວຍັງມີສານຄໍໂຮຟິນທີ່ປຽບຄືຕົວລ້າງພິດເຮັດໃຫ້ຮ່າງກາຍສາມາດຮັບ ອອກຊິເຈນ ໄດ້ຫຼາຍຂຶ້ນ ອາການປວດກໍ່ຈະຫຼຸດລົງ.
ທັນຍາພືດທຳມະຊາດບໍ່ຂັດສີ ເຊັ່ນ: ເຂົ້າກ່ອງ, ເຂົ້າໂອ໊ດ, ກະເດືອຍ, ຖົ່ວແດງ, ງາ ອາຫານໃນກຸ່ມນີ້ຈະມີວິຕາມິນໃນກຸ່ມວິຕາມິນບີສູງ ຊຶ່ງເປັນຕົວຊ່ວຍໃນສານສື່ປະສາດຂອງຮ່າງກາຍໃຫ້ເຮັດວຽກໄດ້ດີຊ່ວຍຢຸດອາ ການປວດຫົວ.
ສາລີເນື່ອງຈາກສາລີມີວິຕາມິນບີ 3 ຫຼື ໄນອະຊິນສູງມີສ່ວນຊ່ວຍໃຫ້ການໄຫຼວຽນເລືອດໄປສູ່ສະໝອງໄດ້ດີຂຶ້ນ ແລະ ຫຼຸດຄວາມຕຶງຄຽດຂອງກ້າມເນື້ອ.
ດື່ມນົມຈືດດີກວ່ານົມປຸງລົດຊາດ
1 ມິຖຸນາ ທຸກປີ ອົງການອາຫານ ແລະ ກະເສດແຫ່ງສະຫະປະຊາຊາດ ຫຼື ເອັບເອໂອ (FAO) ກຳນົດໃຫ້ເປັນມື້ດື່ມນົມໂລກ(World Milk Day)ເພື່ອໃຫ້ປະເທດ ແລະ ອົງການຕ່າງໆ ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນ ສົ່ງເສີມໃຫ້ປະຊາຊົນມີຄວາມຮູ້ຄວາມເຂົ້າ ໃຈເລື່ອງສັບພະຄຸນຂອງນົມ ແລະ ດື່ມນົມຢ່າງພຽງພໍ.
ໃຜທີ່ນິຍົມການດື່ມນົມຢູ່ແລ້ວ ຮູ້ຫຼືບໍ່ວ່າ
ການດື່ມນົມຈືດຈະຫຼຸດພຶດຕິກຳການຕິດຫວານ, ຫຼຸດຄວາມສ່ຽງຕໍ່ການເກີດພະຍາດຕຸ້ຍ ແລະ ຫຼຸດຄວາມສ່ຽງໃນການເກີດແຂ້ວແມງດ້ວຍໂດຍ ນ.ພ.ພົນເທບ ສິຣິວນາລັງສັນ ອະທິບໍດີກົມອະນາໄມ ກ່າວວ່າ ມີຜົນການສຶກສາຊີ້ໃຫ້ເຫັນວ່າການດື່ມນົມມື້ລະປະມານ 2 ແກ້ວ ຫຼື ປະມານ 400-500 ຊີຊີ ຮ່ວມກັບການຮັບປະທານອາຫານຄົບ 5 ໝູ່ ແລະ ການອອກກຳລັງກາຍປະເພດທີ່ມີການຢືດຕົວ ເຊັ່ນ ລອຍນ້ຳບາດເກັດບອນເຫຼົ່ານີ້ ຈະຊ່ວຍເພີ່ມຄວາມສູງໄດ້ແຕ່ຄົນເຮົາຈະມີຄວາມເຂົ້າໃຈເລື່ອງການດື່ມ ນົມບໍ່ຖືກຕ້ອງ ໂດຍເຂົ້າໃຈວ່າລູກຈະໃຫຍ່ສູງໃຫຍ່ໄດ້ຄວນຈະຕ້ອງດື່ມນົມແທນນ້ຳ ຊຶ່ງເຖິງວ່າຂໍ້ມູນທາງວິຊາການຈະບໍ່ມີຜົນເສຍຕໍ່ຮ່າງກາຍແຕ່ກໍ່ເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ຄົບຖ້ວນ ເພາະຫຼັງການດື່ມນົມແລ້ວຈະເຮັດໃຫ້ອິ່ມບໍ່ຢາກຮັບປະທານອາຫານຢ່າງ ອື່ນອີກ.

ດັ່ງນັ້ນວິທີການທີ່ດີທີ່ສຸດຄືໃຫ້ ດື່ມນົມຫຼັງມື້ອາຫານຢ່າງໜ້ອຍ 1 ແກ້ວ ຫາກດື່ມນົມແລ້ວມີອາການທ້ອງອືດ, ທ້ອງເສຍ ເປັນຜົນມາຈາກດື່ມນົມບໍ່ຕໍ່ເນື່ອງຫລືບໍ່ດື່ມປະຈຳຕັ້ງແຕ່ເດັກ ເພາະຄົນເອເຊຍສ່ວນໃຫຍ່ຈະມີນ້ຳຍ່ອຍນ້ຳຕານແລກໂຕດຊຶ່ງຢູ່ໃນນົມ ທີ່ຈະຫຼຸດລົງຫລາຍ ເມື່ອອາຍຸ 3 ປີຂຶ້ນໄປຊຶ່ງເຮົາສາມາດແກ້ໄຂບັນຫານີ້ໄດ້ໂດຍການເລີ່ມຕົ້ນດື່ມ ໃນປະລິມານນ້ອຍໆແລ້ວຄ່ອຍໆເພີ່ມປະລິມານຂຶ້ນເພື່ອໃຫ້ຮ່າງກາຍປັບ ສະພາບ ແລະ ບໍ່ຄວນດື່ມຂະນະທ້ອງວ່າງ.
Cr: news.com