ຄຸນປະໂຫຍດຂອງກະທຽມ
ຄຸນປະໂຫຍດຂອງກະທຽມ
ກະທຽມມັນຈະມີກິ່ນແຮງ ເຮັດໃຫ້ບໍ່ຢາກກິນ ສາວໆບາງຄົນອາດເຂ່ຍຖິ້ມທຸກເທື່ອທີ່ເຫັນໃນຈານອາຫານ ແຕ່ຮູ້ບໍ່ວ່າມັນມີປະໂຫຍດຫຼາຍຊ້ຳໃດ ເຮົາມາເບິ່ງສາລະພັດນານາຂໍ້ດີຂອງກະທຽມ ບອກໄວ້ເລີຍວ່າຖ້າຢາກງາມ ກໍຕ້ອງກິນ!
1. ເຮັດໃຫ້ຜົມງາມ ເມື່ອເຮົາກິນກະທຽມເຂົ້າໄປ ມັນຈະຜະລິດນ້ຳມັນເທິງໜັງຫົວຂອງເຮົາຊຶ່ງຊ່ວຍແກ້ໄຂບັນຫາຜົມເສຍຕ່າງໆ ໂດຍມີສານອັລລິຊິນທີ່ເຮັດໃຫ້ຜົມຂອງເຮົາງົດງາມ ແລະ ຫຼຸດບັນຫາເສັ້ນຜົມຫຼົ່ນນຳອີກ
2. ກຳຈັດສິວ ລອງໃຊ້ກະທຽມຈັດການສິວຂອງທ່ານເບິ່ງໂດຍການນຳກະທຽມມາຖູເບົາໆບໍລິເວນທີ່ສິວຂຶ້ນເພາະມັນອຸດົມໄປດ້ວຍສານອານຸມູນອິດສະຫຼະ ທີ່ຊ່ວຍຕ້ານທານແບັກທີເຣຍ ແລະ ເຮັດໃຫ້ສາວໆ ງາມໃສບໍ່ມີສິວນຳອີກ!
3. ເພີ່ມພູມຄຸ້ມກັນ ໜຶ່ງໃນເຫດຜົນຫຼັກທີ່ເຮົາຄວນກິນກະທຽມເພາະມັນອຸດົມໄປດ້ວຍສານອານຸມູນອິດສະຫຼະ ຊ່ວຍເຮັດໃຫ້ລະບົບພູມຄຸ້ມກັນຂອງເຮົາດີຂຶ້ນ ເມື່ອເຮົາມີພູມຄຸ້ມກັນທີ່ດີ ຮ່າງກາຍເຮົາກໍຈະແຂງແຮງ ບອກລາໄຂ້ຫວັດໄດ້ເລີຍ
4. ຄວບຄຸມນ້ຳໜັກ ຍິ່ງກິນກະທຽມ ຍິ່ງຊ່ວຍເຮັດໃຫ້ໄຂມັນຫຼຸດລົງ ລອງຫາເມນູອາຫານສູດແຄລໍລີເບົາໆ ທີ່ມີສ່ວນປະສົມຂອງກະທຽມເປັນຫຼັກ ຮັບຮອງວ່າການໄດເອດເທື່ອນີ້ຂອງທ່ານ ຈະສຳເລັດຢ່າງແນ່ນອນ
5. ບາດແຜຫາຍດ້ວຍກະທຽມ ພຽງແຕ່ວາງກະທຽມໄວ້ເທິງເກັດບາດຂອງທ່ານ ແລະ ປິດທັບດ້ວຍຜ້າພັນບາດ ຮັບຮອງແຜຕົກສະເກັດຂອງທ່ານ ຈະບໍ່ຖິ້ມຮອຍດຳປາກົດຢູ່ເລີຍ
Cr: hukased