ນາຍົກ ເນັ້ນພາກລັດຕ້ອງແກ້ໄຂ ຈຸດບົກຜ່ອງ ສ່ວນພາກທຸລະກິດຕ້ອງຈິງໃຈ
ທ່ານນາຍົກ ເນັ້ນໃຫ້ ພາກລັດຕ້ອງຊອກຫາຈຸດຫຍໍ້ ທໍ້ ສ້າງເງື່ອນໄຂໃຫ້ເກີດໜໍ່ແໜງ ທຸລະກິດໃຫ້ມີການຂະຫຍາຍຕົວ ແລະ ໝັ້ນຄົງ, ອຳນວຍ ຄວາມສະດວກຄວບຄຸມການ ລົງທຶນພາຍໃນ ແລະ ຕ່າງປະ ເທດ, ຂະນະທີ່ຜົນສຳຫຼວດພົບ ວ່າເກືອບ 60% ຂອງຫົວໜ່ວຍ ທຸລະກິດບໍ່ມີການຈົດ ທະບຽນ ແຕ່ສາມາດດຳເນີນທຸລະກິດ ຕາມປົກກະຕິ.
ກອງປະຊຸມພົບປະລະ ຫວ່າງທ່ານນາຍົກລັດຖະມົນຕີ ແລະ ພາກທຸລະກິດ ຈັດຂຶ້ນໃນວັນທີ 27 ກໍລະກົດນີ້ ທີ່ໂຮງ ແຮມດອນຈັນພາເລດ ໂດຍ ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ພະນັກງານທີ່ກ່ຽວຂ້ອງ ແລະ ພາກທຸລະກິດທຸກຂະແໜງ ການ ເຂົ້າຮ່ວມ.
ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ກ່ອນອື່ນເຮົາ ຕ້ອງເຂົ້າໃຈຈຸດຢືນຂອງປະ ເທດເຮົາ, ດຽວນີ້ເຮົາຢູ່ຈຸດໃດ? ເສັ້ນທາງໃດ? ຊຶ່ງພາກທຸລະ ກິດຕ້ອງເຂົ້າໃຈແນວທາງ ຂອງ ລັດຖະບານ, ພ້ອມດຽວກັນ ນັ້ນ ພາກລັດ-ທຸລະກິດ ຈົ່ງພ້ອມ ກັນຫາລືແກ້ໄຂບັນຫາທີ່ເກີດ ຂຶ້ນ, ປັບປຸງກົນໄກການ ປະ ສານງານ, ວາງວິໄນການເງິນ, ວິໄນແຜນການ, ຂະຫຍາຍ ການຜະລິດ, ຂະຫຍາຍຕະ ຫຼາດ, ສ້າງເງື່ອນໄຂໃຫ້ເກີດ ໜໍ່ແໜງທຸລະກິດໃຫ້ມີການຂະ ຫຍາຍຕົວ ແລະ ໝັ້ນຄົງ, ອຳ ນວຍຄວາມສະດວກຄວບຄຸມ ການລົງທຶນພາຍໃນ ແລະ ຕ່າງ ປະເທດບຸກທະລຸໃຫ້ມີບາດ ກ້າວໃໝ່ປັບປຸງ ການບໍລິ ການ ໃຫ້ດີ, ໂປ່ງໃສ, ວ່ອງໄວ ແລະ ສ້າງເງື່ອນໄຂໃນການເຊື່ອມ ໂຍງ, ແກ້ໄຂພະຍາດອາດຍາ ສິດການສໍ້ລາດບັງຫຼວງ, ສ້າງ ຕັ້ງ ແລະ ປັບປຸງ ສະຖາ ບັນຄົ້ນ ຄວ້າວິທະຍາສາດ ເພື່ອຄົ້ນຄວ້າ ວິໄຈໃຫ້ມີຄວາມຫຼາກຫຼາຍ.
ທ່ານນາຍົກ ກ່າວຕື່ມອີກວ່າ: ເຫັນດີປັບປຸງດຳລັດ 115/ນຍ ແລະ 316/ນຍ ເພື່ອເພີ່ມບົດ ບາດຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດໃຫ້ ມີ ການພັດທະນາໄວຂຶ້ນ, ແກ້ໄຂ ບັນຫາຂົນສົ່ງ, ເນັ້ນໃຫ້ພາກ ທຸລະກິດນຳໃຊ້ແຮງງານລາວ ໃຫ້ຫຼາຍຂຶ້ນ, ສ່ວນຄຳສັ່ງເລກ ທີ 15/ນຍ ລັດຖະບານ ເດັດ ຂາດເນັ້ນໜັກຕໍ່ບັນຫານີ້, ລັດ ຖະບານອາດຈະແຕ່ງຕັ້ງລັດ ຖະມົນຕີປະຈຳສຳນັກງານນາ ຍົກລັດຖະມົນຕີ ເພື່ອເປັນຜູ້ ປະສານງານລະຫວ່າງ ພາກ ລັດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດໂດຍ ກົງ ເພື່ອສົ່ງເສີມການດຳເນີນ ທຸລະກິດ.
ທ່ານກ່າວຕື່ມອີກວ່າ: ພາກທຸລະກິດຕ້ອງມີຄວາມເຂັ້ມ ແຂງ, ສ້າງຄວາມໂປ່ງໃສ, ຮຽນ ຮູ້ໃຫ້ຫຼາຍຂຶ້ນ, ບຸກທະລຸເຂົ້າຫາ ແຫຼ່ງທຶນ, ພາກທຸລະກິດ ຕ້ອງ ລວມຕົວກັນ ພ້ອມດຽວກັນຕ້ອງປະກອບສ່ວນພັນທະ ຕ່າງໆຕາມລະບຽບກົດໝາຍ. ສ່ວນພາກລັດໃຫ້ເພີ່ມທະວີນ້ຳ ໃຈຮັບໃຊ້ປະຊາຊົນ ໃຫ້ຫຼາຍ ຂຶ້ນເພີ່ມທະວີຄວາມຈິງໃຈ ຊ່ວຍໃຫ້ປະຊາຊົນມີຄວາມສະ ດວກໃນການທຳມາຫາກິນໃຫ້ ຫຼາຍຂຶ້ນ.
ທ່ານກ່າວຕື່ມອີກວ່າ: ພາກທຸລະກິດຕ້ອງມີຄວາມເຂັ້ມ ແຂງ, ສ້າງຄວາມໂປ່ງໃສ, ຮຽນ ຮູ້ໃຫ້ຫຼາຍຂຶ້ນ, ບຸກທະລຸເຂົ້າຫາ ແຫຼ່ງທຶນ, ພາກທຸລະກິດ ຕ້ອງ ລວມຕົວກັນ ພ້ອມດຽວກັນຕ້ອງປະກອບສ່ວນພັນທະ ຕ່າງໆຕາມລະບຽບກົດໝາຍ. ສ່ວນພາກລັດໃຫ້ເພີ່ມທະວີນ້ຳ ໃຈຮັບໃຊ້ປະຊາຊົນ ໃຫ້ຫຼາຍ ຂຶ້ນເພີ່ມທະວີຄວາມຈິງໃຈ ຊ່ວຍໃຫ້ປະຊາຊົນມີຄວາມສະ ດວກໃນການທຳມາຫາກິນໃຫ້ ຫຼາຍຂຶ້ນ.
ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສອຄ) ໄດ້ກ່າວວ່າ: ພາບລວມ ການດຳເນີນທຸລະກິດຂອງ ສປປ ລາວ ແມ່ນການສົ່ງເສີມ ການຜະລິດ ແລະ ການຈໍລະ ຈອນສິນຄ້າບໍ່ລວມສູນ, ເອກະ ເທດ, ກະແຈກກະຈາຍ ແລະ ບໍ່ມີປະສິດທິພາບ, ເຮັດໃຫ້ ການຜະລິດມີລາຄາສູງ, ບໍ່ໄດ້ ມາດຕະຖານ, ບໍ່ສາມາດຕອບ ສະໜອງດ້ານປະລິມານໃຫ້ ທັນເວລາ ແລະ ເຮັດໃຫ້ການ ລົງທຶນຫຼຸຸດ ຖອຍລົງ. ອີກດ້ານ ຫົວໜ່ວຍທຸລະກິດຂອງ ສປປ ລາວ 99%, ເປັນເອັສເອັມອີ ເອັສ ແລະ ມີພຽງ 125.000 ຫົວໜ່ວຍທີ່ໄດ້ຈົດທະບຽນຢ່າງ ຖືກຕ້ອງ, ສ່ວນທີ່ເຫຼືອນັ້ນຕາມ ການສຳຫຼວດຂອງສະພາການ ຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ຮ່ວມກັບອົງການ ຮ່ວມມືສາກົນປີ 2014-2015 ພົບວ່າເກືອບ 60% ຂອງຫົວ ໜ່ວຍທຸລະກິດບໍ່ມີການຈົດທະ ບຽນ ແລະ ເຄື່ອນໄຫວຢ່າງບໍ່ ເປັນທາງການ, ສິ່ງເຫຼົ່ານີ້ແມ່ນ ຍ້ອນການຂາດສົມ ທົບລະຫວ່າງ ໜ່ວຍງານຂອງລັດດ້ວຍກັນ ລະຫວ່າງໜ່ວຍງານຂອງລັດ ແລະ ພາກທຸລະກິດກໍຄືສະມາ ຊິກ ສຄອ ແລະ ບັນດາສະມາ ຄົມທຸລະກິດ ລະດັບສູນກາງ ເຖິງລະດັບທ້ອງຖິ່ນ ເພື່ອເຮັດ ໃຫ້ການຜະລິດ ແລະ ການຄຸ້ມ ຄອງການຜະລິດໄປດ້ວຍດີ, ຮຽກຮ້ອງໃຫ້ລັດຖະບານມີການ ທວນຄືນ ແລະ ແກ້ໄຂບັນດາ ນະໂຍບາຍ ແລະ ລະບຽບຫຼັກ ການ ເພື່ອອຳນວຍຄວາມສະ ດວກໃຫ້ແກ່ການຜະລິດ ແລະ ການດຳເນີນທຸລະກິດ.
ເມື່ອເວົ້າເຖິງຄວາມບໍ່ ສອດຄ່ອງໃນການຈັດຕັ້ງປະຕິ ບັດລະບອບພາສີ-ອາກອນ ໂດຍສະເພາະແມ່ນການເກັບ ອາກອນມູນຄ່າເພີ່ມ ແລະ ເກັບ ອາກອນລ່ວງໜ້າມີລັກສະນະ ຊ້ຳຊ້ອນ ແລະ ບໍ່ທົ່ວເຖິງເຊິ່ງ ໄດ້ກະທົບເຖິງການລົງທຶນ ແລະ ການດຳເນີນທຸລະກິດໃນ ທຸກໆຂະແໜງການ, ນອກຈາກ ນີ້ຍັງມີຄວາມຫຍຸ້ງຍາກໃນການ ຊອກຫາແຮງງານທັງແຮງ ງານສີມື ແລະ ແຮງງານທີ່ບໍ່ມີສືມື ສະໜອງແກ່ອຸດສາຫະກຳປຸງ ແຕ່ງ, ອຸດສາຫະກຳການກະ ເສດ, ການທ່ອງທ່ຽວ ແລະ ການບໍລິການອື່ນໆທີ່ມີຄວາມ ຕ້ອງການແຮງງານເພີ່ມຂຶ້ນ, ອີກບັນຫາໜຶ່ງຮ່າງນິຕິກຳທີ່ ກ່ຽວພັນກັບເສດຖະກິດໃນປັດ ຈຸບັນມີຫຼາຍສະບັບບໍ່ສາມາດ ປະຕິບັດໄດ້ ຍ້ອນບໍ່ສອດຄ່ອງ ກັບສະພາບຄວາມເປັນຈິງຂອງການດຳເນີນທຸລະກິດ
ທີ່ມາແຫຼ໋ງຂ່າວ:ໜັງສືພິມ ປະຊາຊົນ