ຕັບໄກ່ບົດ ແຊບຖືກປາກອາຫານບຳລຸງສະໝອງເດັກ
ສ່ວນປະສົມ: ເນີຍສົດ 55 ກຣາມ, ຫົວຜັກບົ່ວແຫ້ງຊອຍລະອຽດ 1 ຫົວ, ກະທຽມ1 ງີມ, ຕັບໄກ່ 110 ກຣາມ, ເກືອ, ພິກໄທຢ່າງລະ ½ ບ່ວງກາເຟ ,ເຂົ້າຈີ່ຕັດ 2 ແຜ່ນ.
- ວິທີປຸງ:
- ລະລາຍເນີຍເຄິ່ງໜຶ່ງລົງໃນໝໍ້ໃຊ້ໄຟປານກາງເພື່ອຂົ້ວຫົວຜັກບົ່ວຈົນສຸກນຸ່ມ ແຕ່ລະວັງຢ່າໃຫ້ສີເຂັ້ມຈົນເກີນໄປ.
- ຕື່ມ ກະທຽມລົງຂົ້ວແລ້ວຈຶ່ງນຳດ້ວຍຕັບໄກ່ທີ່ກຽມໄວ້ຂົ້ວຕໍ່ໄປຈົນ ກະທັ້ງມີສີນໍ້າຕານ ແລະ ສຸກທົ່ວກັນປຸງລົດຊາດດ້ວຍເກືອ ແລະ ພິກໄທ(ຖ້າຕ້ອງການ).
- ຕັກ ເຄື່ອງປະສົມທັງໝົດ ແລະ ເນີຍອີກເຄິ່ງໜຶ່ງລົງໃນເຄື່ອງປັ່ນອາຫານປັ່ນໃຫ້ລະອຽດແລ້ວ ຕັກສ່ວນປະສົມອອກມາຜ່ານຕາໜ່າງຖີ່ໆ ເພື່ອໃຫ້ໄດ້ຕັບບົດທີ່ລະອຽດຂຶ້ນຕື່ມແລ້ວຕັກໃສ່ຖ້ວຍນຳໄປແຊ່ ເຢັນ ເພື່ອໃຫ້ສ່ວນປະສົມທັງໝົດເຂົ້າກັນດີ.
- ຄຸ່ນຄ່າທາງອາຫານ: ເນື່ອງຈາກຕັບໄກ່ມີວິຕາມິນບີ 12 ຈຶ່ງຊ່ວຍໃຫ້ສະໝອງເດັກມີຄວາມແຂງແຮງ ແລະ ຊ່ວຍບຳລຸງເລືອດທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງສະໝອງ.
Cr: news.com