ຄວນ ຫຼື ບໍ່? ທີ່ເຈົາໜ້າທີ່ເຮັດແບບນີ້ກັບປະຊາຊົນ (ມີຄລິບ)
ເຫດການດັ່ງກ່າວໄດ້ເກີດຂຶ້ນປະມານຕອນບ່າຍຂອງວັນທີ 26 ກໍລະກົດ 2016 ທີ່ຜ່ານມາ ຢູ່ ບໍລິເວນມະໂຫສົດເຊິ່ງໄດ້ມີພົນລະເມືອງທ່ານໜຶ່ງ ໄດ້ບັນທຶກວີດີໂອໃນຂະນະທີ່ເຈົາໜ້າທີ່ໄດ້ທຸບຕີຊາຍຄົນໜຶ່ງ ເຊິ່ງເຮັດໃຫ້ຜູ້ພົບເຫັນຫຼາຍຄົນກໍບໍ່ພໍໃຈປານໃດ. ເນື່ອງຈາກຕົນເອງເປັນເຈົາໜ້າທີ່ຮັກສາຄວາມສະຫງົບສຸກ ປົກປ້ອງປະຊາຊົນແລ້ວເປັນຫຍັງຕ້ອງທຸບຕີ. ດັ່ງນັ້ນ, ຈຶ່ງຝາກພິຈາລະນານຳກັນລອງເບິ່ງວ່າ ເຈົ້າໜ້າທີ່ເຮັດຖືກ ຫຼື ບໍ? ເຖິງແມ່ນວ່າຊາຍຄົນຢູ່ໃນຄລິບຈະກະທຳຜິດ ຫຼື ມີສິ່ງຜິດກົດໝາຍຕິດຕົວກໍບໍ່ສາມາດທຸບຕີປະຊາຊົນ ແຕ່ຄວນຈະລົງໂທດຕາມລະບຽບກົດໝາຍແມ່ນບໍ? ຊິ່ງເຈົາຂອງຄລິບໄດ້ບອກວ່າ: ຕາມທີ່ຕົນເຫັນບໍ່ຮູ້ສາເຫດກໍບໍ່ສົມຄວນທີ່ຈະເຮັດແບບນີ້ ຕໍ່ສາຍຕາປະຊາຊົນ ເປັນເຈົາໜ້າທີ່ກໍຕ້ອງເປັນແບບຢ່າງທີ່ດີ, ໄປເບິ່ງຄລິບດັ່ງກ່າວພ້ອມໆກັນ...