ສູດລ້າງສານພິດອອກຈາກໄຕແບບໄດ້ຜົນ ປອດໄພ ດ້ວຍກະຈ໊ຽບຂຽວ
ສູດລ້າງສານພິດອອກຈາກໄຕແບບໄດ້ຜົນ ປອດໄພ ດ້ວຍກະຈ໊ຽບຂຽວ
ຫາກເຈົ້າກຳລັງຫາວິທີທີ່ໄດ້ຜົນໃນການລ້າງສານພິດອອກຈາກໄຕຢູ່ ລອງສະລະເວລາເພື່ອອ່ານບົດຄວາມນີ້ເບິ່ງ ເນື່ອງຈາກກະຈ໊ຽບຂຽວຄືພືດທີ່ໄດ້ຮັບຄວາມນິຍົມຫລາຍໃນປະເທດອັງກິົດ ຟິລິບປິນ ແລະ ສະຫະລັດອາເມຣິກາ ແລະ ໃນກຸມປະເທດທີ່ໃຊ້ພາສາອັງກິົດເປັນພາສາເວົ້າກໍຮູ້ຈັກກະຈ໊ຽບໃນຊື່ວ່າ “ນິ້ວຂອງຍິງສາວ”
ພືດຊະນິດນີ້ມີຄຸນຄ່າທາງສານອາຫານທີ່ດີ ໂດຍກະຈ໊ຽບໜຶ່ງຖ້ວຍຈະໃຫ້ພະລັງງານແຄລໍຮີຈຳນວນ 30 ກິໂລແຄລໍຮີ, ໂປຼຣຕິນ 2 ກຣາມ, ໄຟເບີ 3 ກຣາມ, ວິຕາມິນຊີ 21 ມິນລິກຣາມ, ໄຂມັນ 0.1, ຄາໂບໄຮເດດ 7.6 ກຣາມ, ໂຟເລດ 80 ມິນລິກຣາມ ແລະ ແມັກນີຊຽມ 60 ກຣາມ
ດ້ວຍສານອາຫານທີ່ຫຼວງຫຼາຍແບບນີ້ ກະຈ໊ຽບຂຽວຈຶ່ງຫາຊື້ໄດ້ງ່າຍໃນຊ່ວງຫຼາຍປີທີ່ຜ່ານມາ ແລະ ແນ່ນອນວ່າເຈົ້າຈະຕ້ອງຮູ້ສຶກແປກໃຈກັບຄຸນຄ່າທາງສານອາຫານຂອງພືດທີ່ຄືນິ້ວມືແບບນີ້
ເຖິງວ່າກະຈ໊ຽບຂຽວຈະເປັນພືດຜັກເພື່ອສຸຂະພາບ ແຕ່ເຈົ້າກໍຄວນຈະຕ້ອງຫາວິທີປຸງກະຈ໊ຽບຂຽວໃຫ້ດີດ້ວຍຕໍ່ສຸຂະພາບ ອາດຈະນຳໄປຕົ້ມ ກິນດິບໆ ດອງ ທອດ ຫຼື ນຳໄປຕຸ໋ນກໍໃຊ້ໄດ້ບໍ່ນ້ອຍຄືກັນ
ຄຸນປະໂຫຍດຂອງກະຈ໊ຽບຂຽວນັ້ນມີຕັ້ງແຕ່ ຊ່ວຍບັນເທົາພະຍາດຫືດ ເສີມສ້າງພູມຄຸ້ມກັນ ກຳຈັດຄໍເລດເຕີລໍຊະນິດຮ້າຍ ບຳລຸງຮັກສາບັນຫາກ່ຽວກັບໄຕໃນການຄວບຄຸມພະຍາດເບົາຫວານ ນອກຈາກນີ້ກະຈ໊ຽບຍັງຊ່ວຍເພີ່ມປະລິມານກູໂຄສຊຶ່ງສຳພັນກັບການດູດຊຶມເຂົ້າສູ່ທ້ອງ
ແລະນີ້ກໍຄືສູດໃນການປຸງນ້ຳກະຈ໊ຽບຂຽວເພື່ອສຸຂະພາບຊຶ່ງຈະຊ່ວຍເຈົ້າຫຼຸດປະລິມານນ້ຳຕານໃນເລືອດໄດ້ອີກດ້ວຍ
ສຳລັບສູດກະຈ໊ຽບຂຽວນີ້ ກຽມກະຈ໊ຽບສົດທັງໝົດ 4 ໜ່ວຍ ຕັດສ່ວວນຫົວອອກແລະຄ່ອຍໆສະໄລຕາມແນວຍາວ ຈາກນັ້ນນຳກະຈ໊ຽບລົງໄປໝັກໃນນ້ຳ 2-3 ຖ້ວຍຂ້າມຄືນ ແລະ ເຈົ້າກໍຈະໄດ້ນ້ຳກະຈ໊ຽບສົດໄວ້ດື່ມໃນຕອນເຊົ້າ ຫຼື ກ່ອນອາຫານເຊົ້າ ນ້ຳກະຈ໊ຽບຈະຊ່ວຍບັນເທົາຄວາມຢາກອາຫານທີ່ອາດເກີດຂຶ້ນໃນແຕ່ລະມື້ ແລະ ເຈົ້າກໍຈະມີສຸຂະພາບທີ່ດີຂຶ້ນຢ່າງແນ່ນອນ
ທີ່ມາ ຄິດອອກ